(vovworld) - ວັນທີ 30/9, ນະຄອນຫຼວງ Madrid ຂອງ ແອດສະປາຍ ໄດ້ເກີດການແຫ່ຂະບວນປະທ້ອງຂະໜາດໃຫຍ່ ດ້ວຍການເຂົ້າຮ່ວມປະມານ 5000 ຄົນ ເພື່ອຄັດຄ້ານມາດຕະການຮັດເຂັມຄັດຂອງລັດຖະບານ. ນີ້ແມ່ນການແຫ່ຂະບວນປະທ້ອງທີ່ມີຂອບຂະໜາດໃຫຍ່ທີ 3 ໃນໜຶ່ງສັບປະດາຜ່ານມາຢູ່ Madrid. ກ່ອນໜ້ານັ້ນ, ທີ່ການແຫ່ຂະບວນປະທ້ອງເມື່ອວັນທີ 25/9, ການປະທະກັນລະຫວ່າງຕຳຫຼວດ ແລະ ຜູ້ແຫ່ຂະບວນປະທ້ອງໄດ້ເຮັດໃຫ້ 64 ຄົນຖືກບາດເຈັບ, 35 ຄົນຖືກຈັບຕົວ. ນອກຈາກນັ້ນ, ນັບຮ້ອຍຄົນກໍຈັດຕັ້ງການແຫ່ຂະບວນປະທ້ອງຢູ່ນອກບັນດາຫ້ອງການສະພາທ້ອງຖິ່ນຢູ່ ແອດສະປາຍ ໃນວັນທີ 29/9 ເພື່ອສະແດງຄວາມສະໜັບສະໜຸູນຜູ້ແຫ່ຂະບວນປະທ້ອງຢູ່ນະຄອນຫຼວງ Madrid. ການແຫ່ຂະບວນປະທ້ອງດຳເນີນໄປກົງກັບເວລາທີ່ລັດຖະບານ ແອດສະປາຍ ເລີ່ມປຶກສາຫາລືແຜນງົບປະມານປີ 2013 ເພື່ອຍືນສະເໜີຕໍ່ສະພາແຫ່ງຊາດ. ແຜນງົບປະມານ ໄດ້ຮັບການຮຽບຮຽງໂດຍອີ່ງໃສ່ພື້ນຖານຫຼຸກຜ່ອນການໃຊ້ຈ່າຍ ໃນນັ້ນ, ຫຼຸດຜ່ອນ 22% ງົບປະມານທີ່ສະຫງວນໃຫ້ແກ່ກະຊວງສາທາລະນະສຸກ.