(vovworld) – ວັນທີ 2/3, ປະຊາຊົນນັບແສນຄົນ ໄດ້ລົງຖະໜົນສາຍຕ່າງໆຢູ່ນະຄອນຫຼວງ Lisbon ຂອງປະເທດ ປອກຕຸຍການ ແລະ ນະຄອນຫຼາຍແຫ່ງອື່ນໆ ເພື່ອຄັດຄ້ານບັນດາມາດຕະການ “ຮັດເຂັ້ມຄັດ” ເຊິ່ງລັດຖະບານປະເທດນີ້ ພວມປະຕິບັດເພື່ອແລນເອົາບ້ວງເງິນໜູນຊ່ວຍຈາກສະຫະພາບ ເອີລົບ (ຫຼື EU) ແລະ ກອງທຶນເງິນຕາສາກົນ (ຫຼື IMF). ບັນດາຜູ້ຈັດຕັ້ງໃຫ້ຮູ້ວ່າ: ມີປະຊາຊົນປະມານ 500.000 ຄົນ ໄດ້ເດີນຂະບວນ ຢູ່ Lisbon ໃນຂະນະນັ້ນມີປະມານ 400.000 ຄົນ ໄດ້ເດີນຂະບວນຢູ່ນະຄອນໃຫຍ່ Porto ທາງພາກເໜືອ. ການແຫ່ຂະບວນປະທ້ວງຄັ້ງນີ້ໄດ້ດຶງດູດການເຂົ້າຮ່ວມຂອງຄູອາຈານ, ພາລະກອນຂະແໜງສາທາລະນະສຸກ ແລະ ຜູ້ກິນເບ້ຍບຳນານ ເປັນຈຳນວນຫຼວງຫຼາຍ - ເຊິ່ງແມ່ນບັນດາເປົ້າໝາຍຖືກຮັບຜົນສະທ້ອນຫຼາຍຈາກແຜນການຫຼຸດຜ່ອນງົບປະມານຂອງລັດຖະບານ.