(ພາບ:laodong.com.vn)
(vovworld)-ວັນທີ 16/8, ຜູ້ສະໜັບສະໜູນອົງການອ້າຍນ້ອງຊາວມຸດສະລິມ ນັບພັນຄົນຢູ່ອີຢີບ ໄດ້ລົງຖະໜົນສາຍຕ່າງໆຢູ່ນະຄອນຫຼວງກາຍໂຣ ແລະ ສະຖານທີ່ອື່ນໆເພື່ອຄັດຄ້ານກົດໄອຍະການເສິກໂດຍກອງທັບວາງອອກ. ການແຫ່ຂະບວນປະທ້ວງດຳເນີນໄປເພື່ອຕອບສະໜອງຄຳຮຽກຮ້ອງຂອງອົງການອ້າຍນ້ອງຊາວມຸດ ສະລິມ ພາຍຫຼັງເຫດການປາບປາມຂອງຕຳຫຼວດຕ້ານການຈະລາຈົນເມື່ອວັນທີ 14/8 ຜ່ານມາ. ທະຫານຍັງໄດ້ຜັນຂະຫຍາຍເປັນຈຳນວນຫຼາຍຢູ່ກາຍໂຣ. ການປະທະກັນລະຫວ່າງຜູ້ແຫ່ຂະບວນປະທ້ວງ ແລະ ກຳລັງປ້ອງກັນຄວາມສະຫງົບ ໄດ້ເຮັດໃຫ້ຜູ້ແຫ່ຂະບວນປະທ້ວງ 25 ຄົນເສຍຊີວິດ. ການໃຊ້ຄວາມຮຸນແຮງຍັງເກີດຂຶ້ນຢູ່ຫຼາຍແຫ່ງຂອງອີຢີບ. ໃນການປະທະກັນຢູ່ນະຄອນ Ismailia ມີຜູ້ແຫ່ຂະບວນປະທ້ວງຈົ່ງຮັກພັກດີກັບທ່ານ Morsi ຢ່າງໜ້ອຍສຸດ 9 ຄົນເສຍຊີວິດ ສ່ວນຢູ່ເທດສະບານ Damietta ແລະ ນະຄອນ Fayoum ມີຜູ້ແຫ່ຂະບວນປະທ້ວງ 9 ຄົນເສຍຊີວິດ ແລະ 70 ຄົນຖືກບາດເຈັບ.