ການໂອ້ລົມສົນທະນາກ່ຽວກັບນະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປຄັ້ງທີ 14
(VOVWORLD) - ສອງຝ່າຍກໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ການຫັນເປັນດີຈີຕອນ, ເສນາຮັກ, ອຸດສາຫະກຳປ້ອງກັນຊາດ, ນິຕິກຳ.
ການໂອ້ລົມສົນທະນາກ່ຽວກັບນະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປຄັ້ງທີ 14 (ພາບ: TTXVN) |
ຕອນບ່າຍວັນທີ 5 ຕຸລາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Chan Heng Kee, ເລຂານຸການຜູ້ປະຈຳການກະຊວງປ້ອງກັນປະເທດ ສິງກະໂປ ເປັນປະທານຮ່ວມການໂອ້ລົມສົນທະນາກ່ຽວກັບນະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປຄັ້ງທີ 14. ການໂອ້ລົມສົນທະນາຄັ້ງນີ້ເພື່ອແນໃສ່ຕີລາຄາຄືນໃໝ່ໝາກຜົນໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ ນັບແຕ່ການໂອ້ລົມສົນທະນາດ້ານນະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປ ຄັ້ງທີ 13 (ເດືອນພະຈິກ ປີ 2022), ແລກປ່ຽນ ແລະ ເປັນເອກະພາບການກຳນົດທິດແມ່ນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.
ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງຈະສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສຸມໃສ່ເຂົ້າບັນດາຂົງເຂດຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ສືບຕໍ່ປະຕິບັດສຳເລັດຂອບເຂດ, ກົນໄກຮ່ວມມື, ຍູ້ແຮງການຮ່ວມມືດ້ານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຮ່ວມມືລະຫວ່າງກຳລັງກອງທັບເຮືອ, ກອງທັບອາກາດສອງປະເທດ. ພ້ອມກັນນັ້ນ, ສອງຝ່າຍກໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ການຫັນເປັນດີຈີຕອນ, ເສນາຮັກ, ອຸດສາຫະກຳປ້ອງກັນຊາດ, ນິຕິກຳ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍ ໂດຍ ອາຊຽນນຳໜ້າ, ຜ່ານນັ້ນກໍ່ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ບົດບາດເປັນໃຈກາງຂອງ ອາຊຽນ.