ການໂອ້ລົມສົນທະນາຍົກສູງຄຸນນະພາບວຽກງານສ່ອງແສງຄຳເຫັນ,ຂໍ້ສະເໜີແນະຂອງປະຊາຊົນ
(ການໂອ້ລົມສົນທະນາ)
(vovworld) - ຕອນເຊົ້າວັນທີ 17/12, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດການໂອ້ລົມສົນທະນາຍົກສູງຄຸນນະພາບວຽກງານກຳແໜ້ນ, ເຕົ້າໂຮມ, ສ່ອງແສງຄຳເຫັນ, ຂໍ້ສະເໜີແນະຂອງປະຊາຊົນຕໍ່ພັກ, ລັດ. ທ່ານກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ເປັນປະທານການໂອ້ລົມສົນທະນາ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນທ້ຽນເຍີນ ຊີ້ແຈ້ງວ່າ.
“ພວກເຮົາຄາດຄະເນວ່າຈະສ້າງນະໂຍບາຍ ສະນັ້ນຕ້ອງຮູ້ວ່າປະຊາຊົນພວມຄິດຫຍັງ, ມີຄວາມຕ້ອງການຫຍັງໃນຂົງເຂດນັ້ນ. ຕົວຢ່າງຄື: ນະໂຍບາຍດ້ານກະສິກຳ, ສາທາລະນະສຸກ… ເລື່ອງກຳແໜ້ນຈິດໃຈຂອງປະຊາຊົນ ບາງເທື່ອຕ້ອງຫັນເປັນມາດຕະຖານກ່ຽວກັບການສຳຫຼວດສັງຄົມວິທະຍາ, ໃຫ້ຄຳຕອບຕໍ່ຄຳຖາມຢູ່ຂົງເຂດທີ່ປະຊາຊົນສ່ວນຫຼາຍຢາກຮູ້ສິ່ງໃດ. ສຳຫຼວດເພື່ອຮູ້ວ່າ, ເຂົ້າເຈົ້າພວມຄິດຫຍັງ ແລະ ສ້າງລະບົບນະໂຍບາຍ”.
ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນຖືວ່າ, ໃນໄລຍະຈະມາເຖິງຕ້ອງຍົກສູງກຳລັງຄວາມສາມາດເປັນເສນາທິການຊ່ວຍໃຫ້ຄະນະພັກໃນເລື່ອງກຳແໜ້ນ, ຄົ້ນຄວ້າຫາງສຽງສັງຄົມ; ກຳນົດໜ້າທີ່ເປັນເຈົ້າການຢ່າງຈະແຈ້ງ, ການສົມທົບຂອງບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງທ້ອງຖິ່ນໃນການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ.