ການໂອ້ລົມສົນທະນາວິສາຫະກິດຫວຽດນາມ - ລາວ

ການໂອ້ລົມສົນທະນາວິສາຫະກິດຫວຽດນາມ - ລາວ - ảnh 1
( ພາບປະກອບ )

( vovworld ) –   ​ໂດຍ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວຄຳນັບ​ຊົມ​ເຊຍຜົນສຳ​ເລັດ​ຂອງ “ ກອງ​ປະຊຸມ​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ - ລາວ, ຄວາມສາມັກຄີ - ມິດຕະພາບ ”, ຕອນ​ຄໍ່າ​ວັນ​ທີ 25/4, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ການໂອ້​ລົມ​ສົນທະ​ນາ​ວິ​ສາ​ຫະກິດ​ຫວຽດນາມ - ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ ​ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ຈາກ​ຂັ້ນ​ລັດ​ຖະບານ​ຕະຫຼອດ​ຮອດບັນດາ​ວິ​ສາ​ຫະກິດ ​ເພື່ອ​​ແກ້​ໄຂ​ຂໍ້​ຕິດ​ຂັດ, ຄວາມ​ຫຍຸ້ງຍາກຢ່າງ​ທັນ​ການ, ຍູ້​ແຮງ​ລະດັບຄວາມ​ໄວ​ໃນ​ການ​ຜັນ​ຂະຫຍາຍ​​ກິດຈະກຳ ​ແລະ ໂຄງການ​ຮ່ວມ​ມື​ຕ່າງໆ​. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມາ​ນະພະ​ຍາ​ຍາມ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ລົງ​ທຶນ​ຢູ່​ລາວ, ປະກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ການ​ຊຸກຍູ້​ວິວັດ​ການ​ກໍ່​ສ້າງ ​ແລະ ພັດທະນາ​ປະ​ເທດ​ລາວ​. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບອັນ​ດັບ​ໜື່ງ ສຳລັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ ທີ່ລົງທຶນ​ຢູ່​ລາວ ​ແມ່ນ​ຊຸກຍູ້​ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຢ່າງ​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ຫວຽດນາມ - ລາວ​ຢ່າງ​ບໍ່​ຢຸດ​ຢັ້ງ.

   ທີ່​ການໂອ້​ລົມ​ສົນທະ​ນາ, ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ສະ​ເໜີ​ຕໍ່​ລັດຖະບານ​ລາວ ພິຈາລະນາ, ​ໃຫ້​ບຸລິ​ມະ​ສິດ​ມອບ​​ໂຄງການ​ຕ່າງໆ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ​ ປະຕິບັດ.

ຂ່າວ/ບົດ​ອື່ນ