ການໂອ້ລົມສົນທະນາ Shangri –La16: ເຊີດຊູກົດໝາຍສາກົນໃນການແກ້ໄຂບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງໃນພາກພື້ນ

(VOVWORLD) - ການໂອ້ລົມສົນທະນາ  Shangri –La 16 ໄຂຂຶ້ນໃນຕອນຄ່ຳວັນທີ 2 ມິຖຸນາ ຢູ່ ສິງກະໂປ ດ້ວຍການເຂົ້າຮ່ວມຂອງການນຳກະຊວງປ້ອງກັນປະເທດ, ນັກຊ່ຽວຊານກ່ຽວກັບຄວາມໝັ້ນຄົງສາກົນທີ່ມາຈາກປະມານ 40 ປະເທດ. 

ການໂອ້ລົມສົນທະນາ Shangri –La16: ເຊີດຊູກົດໝາຍສາກົນໃນການແກ້ໄຂບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງໃນພາກພື້ນ - ảnh 1 ຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ການໂອ້ລົມສົນທະນາ  Shangri –La 16 

(ພາບ: Quỳnh Hoa- Thanh Huyền/VOV)

ຕອນເຊົ້າວັນທີ 3 ມິຖຸນາ, ທີ່ວາລະປະຊຸມຄົບຄະນະດ້ວຍຫົວຂໍ້ວ່າ “ອາເມລິກາ ແລະ ຄວາມໝັ້ນຄົງ ອາຊີ - ປາຊີຟິກ”, ໄດ້ສະແດງທັດສະນະສຳລັບຄວາມໝັ້ນຄົງໃນພາກພື້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ເນັ້ນໜັກວ່າ: ອາເມລິກາ ໃຫ້ຄຳໝັ້ນສັນຍາເຄົາລົບ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ຫຼັກການ ແລະ ກົດໝາຍສາກົນ, ຮັບປະກັນຜົນປະໂຫຍດສະເໝີພາບຂອງທຸກໆປະເທດ, ນັບທັງບັນດາປະເທດນ້ອຍ. ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ທ່ານ Mattis ກໍ່ຊີ້ແຈ້ງວ່າ: ວໍຊິງຕັນ ບໍ່ຮັບຮູ້ການກະທຳໃຊ້ກຳລັງການທະຫານ ແລະ ຜັນຂະຫຍາຍອາວຸດຂອງ ຈີນ ຢູ່ບັນດາໂຄງສ້າງພູມສາດທີ່ຢຶດຄອງຜິດກົດໝາຍຢູ່ທະເລຕາເວັນອອກ. ໃນຂະນະນັ້ນ, ທ່ານນາງ Tomomi Inada, ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ຖືວ່າ: ຄຳຕັດສິນຂອງສານອະນຸຍາໂຕຕຸລາການສຳລັບກໍລະນີ ຟີລິບປິນ ຮ້ອງຟ້ອງ ຈີນ ຕ້ອງມີດຄຸນຄ່ານິຕິທຳ ແລະ ມີລັກສະນະຜູກຮັດສຳລັບບັນດາຝ່າຍກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ