( vovworld ) – ຕອນເຊົ້າວັນທີ 3/5 ຢູ່ຮ່າໂນ້ຍ, ຄະນະຊີ້ນຳຕ້ານການ “ ຫັນປ່ຽນໂດຍສັນຕິ ” ໃນຂົງເຂດແນວຄິດ, ວັດທະນະທຳຂອງຄະນະພັກການທະຫານສູນກາງ ( ຄະນະຊີ້ນຳ 94 ) ໄດ້ຈັດຕັ້ງການໂອ້ລົມສົມທະນາກ່ຽວກັບການຕໍ່ສູ້ຕ້ານການ “ ຫັນປ່ຽນໂດຍສັນຕິ ” ໃນຂົງເຂດແນວຄິດ, ທິດສະດີຂອງບັນດາກຳລັງທີ່ເປັນປໍລະປັກ. ທີ່ການໂອ້ລົມສົນທະນາ, ມີຫຼາຍບົດຄຳເຫັນປະກອບໄດ້ເຫັນດີເປັນເອກະພາບກັບຂໍ້ສັງເກດວ່າ ໃນໄລຍະມໍ່ໆມານີ້, ບັນດາກຳລັງທີ່ເປັນປໍລະປັກ ໄດ້ມີການປ່ຽນໃໝ່ໃນອົງການຈັດຕັ້ງກຳລັງ ແລະ ວິທີການ, ເລ່ຫຼ່ຽມຕ້ານທຳລາຍຫວຽດນາມ. ທ່ານພົນໂທ Ngo Xuan Lich, ຫົວໜ້າກົມໃຫຍ່ການເມືອງ, ຫົວໜ້າຄະນະຊີ້ນຳ 94 ຂອງຄະນະພັກການທະຫານສູນກາງໄດ້ຢືນຢັນຄວາມຕັດສິນໃຈ ແລະ ໜ້າທີ່ຮັບຜິດຊອບຂອງກອງທັບຫວຽດນາມ ທີ່ມີຕໍ່ພາລະກິດຕໍ່ສູ້ຕ້ານການຫັນປ່ຽນໂດຍສັນຕິ ດ້ວຍເລື່ອງຍົກອອກບັນດາຂໍ້ສະເໜີ ແລະ ຄົ້ນຄວ້າຢ່າງຮີບດ່ວນເພື່ອວາງແຜນນະໂຍບາຍ, ແຜນການ, ມາດຕະການແກ້ໄຂຢ່າງລະອຽດ, ຜັນຂະຫຍາຍໃນທຸກຂັ້ນ ແລະ ສ່ວນບຸກຄົນໂດຍໄວ, ເພື່ອແນໃສ່ປະກອບສ່ວນຍົກສູງປະສິດທະຜົນໃນການຕໍ່ສູ້, ຮັກສາສະໜາມຮົບດ້ານແນວຄິດໃນກອງທັບ.