(vovworld) - ວັນທີ 01/12, ຊາວປາແລດສະຕິນ 2 ຄົນຖືກຍິງເສຍຊີວິດໃນການປະທະກັນກັບພົນທະຫານອິດສຣາແອນ ຢູ່ທາງທິດເໜືອ ແລະ ທິດໃຕ້ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ກະຊວງສາທາລະນະສຸກປາແລດສະຕິນ ໃຫ້ຮູ້ວ່າ, ໄວໜູ່ມປາແລດສະຕິນຜູ້ໜຶ່ງ ຖືກພົນທະຫານອິດສະຣາແອນ ຍິງເສຍຊິວິດຢູ່ໃກ້ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ Gush Etzion, ທາງທິດໃຕ້ເຂດຝັ່ງຕາເວັນຕົກແມ່ນຳ້ຈໍແດນ. ສ່ວນກອງທັບອິດສະຣາແອນ ເວົ້າວ່າ, ຊາຍປາແລດສະຕິນ ຜູ້ໜຶ່ງ ໂດຍຖືມິດຢາກບຸກໂຈມຕີຊາວຢິວ ຢູ່ເຂດດັ່ງກ່າວ. ໃນຂະນະນັ້ນ, ຄຳຖະແຫຼງຂອງກຳລັງປ້ອງກັນອິດສະຣາແອນ ຊີ້ແຈ້ງວ່າ, ຜູ້ຍິງປາແລດສະຕິນຜູ້ໜຶ່ງ ກໍຊອກຫາວິທີເພື່ອແທງນາຍທະຫານອິດສະຣາແອນ 1 ຄົນຢູ່ທາງທິດເໜືອຝັ່ງຕາເວັນຕົກເຂດແມ່ນ້ຳຈໍແດນ ແລະ ຖືກນາຍທະຫານຄົນນີ້ຍິງເສຍຊີວິດ.