ກໍາປັ່ນທະຫານເຮືອ ສິງກະໂປ ຢ້ຽມຢາມ ນະຄອນດ່ານັ້ງ
ກໍາປັ່ນທະຫານເຮືອ Rss Resolution ຂອງສິງກະໂປ
(ເຂົ້າທຽບທ່າ ຕຽນຊາ, ນະຄອນ ດ່ານັ້ງ)
(vovworld) - ຕອນເຊົ້າວັນທີ 04/03, ກໍາປັ່ນທະຫານເຮືອ Rss Resolution ຂອງສິງກະໂປ ລວມມີສະມາຊິກ 250 ຄົນໂດຍພັນຕີ Chew Kelvin ເປັນຜູ້ບັນຊາ ໄດ້ເຂົ້າທຽບທ່າ ຕຽນຊາ, ນະຄອນ ດ່ານັ້ງ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ແຕ່ວັນທີ 04 – 07/03. ນີ້ແມ່ນການຢ້ຽມຢາມຫວຽດນາມ ເປັນຄັ້ງທີ 9 ຂອງກໍາປັ່ນທະຫານເຮືອ ສິງກະໂປ ແລະ ເປັນຄັ້ງທຳອິດມາຢ້ຽມຢາມຫວຽດນາມ ຂອງກໍ່າປັ່ນ Rss Resolution. ໃນໄລຍະຢູ່ຢ້ຽມຢາມ, ນາຍທະຫານ ແລະ ລູກເຮືອຈະເຂົ້າຢ້ຽມຂໍ່ານັບການນຳຄະນະກຳມະການປະຊາຊົນນະຄອນດ່ານັ້ງ, ກອງບັນຊາການທະຫານເຮືອເຂດ 5 ແລະ ກອງບັນຊາການທະຫານເຮືອເຂດ 3. ຕໍ່ຈາກນັ້ນ, 2 ຝ່າຍຈະຈັດຕັ້ງການຢ້ຽມຢາມກໍາປັ່ນຂອງກັນ; ດຳເນີນການຊ້ອມຮົບຮ່ວມກ່ຽວກັບການກູ້ໄພກູ້ຊີບບົນທະເລ ແລະ ຝືກອົບຮົມການນຳໃຊ້ສັນຍານທຸງສາກົນ, ແສງໄຟ, ຢ້ຽມຢາມບາງເຂດທິວທັດທຳມະຊາດຢູ່ທ້ອງຖິ່ນ.
ການຢ້ຽມຢາມຂອງກໍາປັ່ນທະຫານເຮືອ ສິງກະໂປ ຈະປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ສິງກະໂປ ເວົ້າລວມ, ລະຫວ່າງກອງທັບ 2 ປະເທດເວົ້າສະເພາະ, ພິເສດໃນສະພາບທີ່ 2 ປະເທດພວມກະກຽມບັນດາການເຄື່ອນໄຫວຮ່ວມມືທີ່ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດເຊິ່ງການນຳຂັ້ນສູງ 2 ປະເທດທີ່ໄດ້ລົງນາມເມື່ອເດືອນ 09/2013 ຢ່າງຕັ້ງໜ້າ.