ກໍາລັງ ຕາ​ລີ​ບານ ຢູ່ ອາບ​ກາ​ນິດ​ສະຖານ ຢັ້ງຢືນຄືນ​ໃໝ່​ຄໍາໝັ້ນສັນຍາ​ໃນ​ຂໍ້​ຕົກລົງ​ກັບ ອາ​ເມ​ລິ​ກາ

(VOVWORLD) -    ກໍາລັງ ຕາລີບານ ຢັ້ງຢືນຄືນໃໝ່ວ່າຈະປະຕິບັດບັນດາຄໍາໝັ້ນສັນຍາໃນຂໍ້ຕົກລົງທີ່ບັນລຸໄດ້ກັບ ອາເມລິກາ ເມື່ອເດືອນ ກຸມພາ 2020 ກ່ຽວກັບການຫຼຸດຜ່ອນການໃຊ້ຄວາມຮຸນແຮງ ຢູ່ ອາບການິດສະຖານ. 
ກໍາລັງ ຕາ​ລີ​ບານ ຢູ່ ອາບ​ກາ​ນິດ​ສະຖານ ຢັ້ງຢືນຄືນ​ໃໝ່​ຄໍາໝັ້ນສັນຍາ​ໃນ​ຂໍ້​ຕົກລົງ​ກັບ ອາ​ເມ​ລິ​ກາ - ảnh 1 ກໍາລັງປ້ອງກັນຄວາມສະຫງົບ ອາບການິດສະຖານ ເວນຍາມຢູ່  Ghazni(ພາບ: TTXVN)

    ທ່ານ Mullah Abdul Ghani Baradar ຫົວໜ້າຄະນະເຈລະຈາ ຝ່າຍ ຕາລີບານ ໄດ້ຢັ້ງຢືນຄືນໃໝ່ຄືດັ່ງກ່າວ ໃນການໂອ້ລົມທາງໂທລະສັບກັບ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃນວັນທີ 29 ມິຖຸນາ.

        ຕາມນັ້ນແລ້ວ, ໃນການໂອ້ລົມທາງໂທລະສັບ, ຜູ້ຕາງໜ້າກໍາລັງ ຕາລີບານ ໄດ້ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາທີ່ວ່າ ບໍ່ບຸກໂຈມຕີ ອາເມລິກາ. ສອງຝ່າຍ ກໍໄດ້ແລກປ່ຽນກ່ຽວກັບບັນດາຄວາມວິຕົກກັງວົນທີ່ກ່ຽວຂ້ອງເຖິງຂໍ້ຕົກລົງ ເຊິ່ງສອງຝ່າຍບັນລຸໄດ້ເມື່ອເດືອນ ກຸມພາ ຜ່ານມາ, ລວມທັງວິວັດທະນາການເຈລະຈາພາຍໃນ ອາບການິດສະຖານ ແລະ ການປ່ອຍນັກໂທດ ຕາລີບານ ຈໍານວນ 5.000 ຄົນ ເປັນອິດສະຫຼະ.


ຕອບກັບ

ຂ່າວ/ບົດ​ອື່ນ