ກ້າວໄປເຖິງການໂຮມ 2 ສະມາຄົມສາສະໜາໂປແຕັສຕັງໃນທົ່ວປະເທດເປັນເອກະພາບ
ກອງປະຊຸມສະມັດຊາໃຫຍ່ຄັ້ງທີ່ 34 ສະມາຄົມສາສະໜາ
ໂປແຕັສຕັງຫວຽດນາມພາກເໜືອ
|
(Vovworld)- ມີຜູ້ແທນເກືອບ 500 ຄົນທີ່ມາຈາກ 27 ແຂວງພາກເໜືອໄດ້ມາຮອດຮ່າໂນ້ຍໃນວັນທີ 2/10 ເພື່ອເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ຄັ້ງທີ່ 34 ສະມາຄົມສາສະໜາໂປແຕັສຕັງຫວຽດນາມພາກເໜືອ. ໜຶ່ງໃນບັນດາວຽກງານທີ່ສຳຄັນຂອງ ກອງປະຊຸມສະມັດຊາໃຫຍ່ຄັ້ງນີ້ ແມ່ນປຶກສາຫາລືການໂຮມ ສະມາຄົມສາສະໜາໂປແຕັສຕັງພາກເໜືອ ແລະ ພາກໃຕ້ເຂົ້າກັນເປັນເອກະພາບ. ບາດຫຼວງ ຟຸ່ງກວາງຮ້ວຽນ ຮອງປະທານ ສະມາຄົມສາສະໜາໂປແຕັສຕັງຫວຽດນາມພາກເໜືອໃຫ້ຮູ້ວ່າ :
“ ຄວາມມຸ່ງຫວັງຂອງບັນດາບາດຫຼວງ,ນັກບວດ, ສາສະນິກກະຊົນ 2 ພາກເໜືອໃຕ້ແມ່ນ ໂຮມສະມາຄົມ ສາສະໜາເປັນເອກະພາບ. ເພື່ອກ້າວໄປເຖິງ ຈຸດໝາຍນີ້, ຄະນະບໍລິຫານງານ 2 ພາກ ໄດ້ມີການພົບ ປະກັນ, ພ້ອມກັນພິຈາລະນາຮ່າງກົດບັດລວມ ແລະ ຈະຍື່ນສະເໜີຄະນະສາສະໜາ ລັດຖະບານເພື່ອຂໍອະນຸຍາດຈາດລັດສ້າງສະມາຄົມສາສະໜາເປັນເອກະພາບ. ຂ້າພະເຈົາປາດຖະໜາວ່າ, ໃນມໍ່ນີ້,ກອງປະຊຸມສະມັດຊາໃຫຍ່ທົ່ວປະເທດຈະຖືກຈັດຂຶ້ນຊຶ່ງແມ່ນເຫດການທີ່ຄວາມໝາຍສູງສົ່ງ. ກ່ອນນີ້, ສະມາຄົມສາສະໜາໂປແຕັສຕັງມີພຽງຊື່ເອີ້ນດຽວວ່າ ສະມາຄົມສາສະໜາໂປແຕັສຕັງຫວຽດນາມເທົ່ານັ້ນ ”
ທີ່ ກອງປະຊຸມສະມັດຊາໃຫຍ່, ຕາງໜ້າແນວໂຮມປະເທດຊາດຫວຽດນາມ ແລະ ຄະນະສາສະໜາລັດຖະບານສະແດງຄວາມຫວັງວ່າ : ສະມາຄົມສາສະໜາໂປແຕັສຕັງຫວຽດນາມພາກເໜືອ ຈະສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ຜູກພັນກັບສາສະໜາອື່ນ, ຜູກພັນກັບອຳນາດການປົກຄອງ, ຮ່ວມເດີນທາງພ້ອມກັບຊາດ .