(vovworld) - ການຢ້ຽມຢາມອາເມລິກາ ຢ່າງເປັນທາງການຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໃນລະຫວ່າງວັນທີ 24 – 26/07 ຈະມາເຖິງ ມີຄວາມໝາຍສຳຄັນຍິ່ງ, ເປີດໄລຍະໃໝ່ໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ. ນັ້ນແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຫງວຽນກ໋ວກເກື່ອງ ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳອາເມລິກາ ກ່ຽວກັບການຢ້ຽມຢາມອາເມລິກາ ຈະມາເຖິງຂອງທ່ານປະທານປະເທດ ເຈືອງເຕີນຊາງ. ຕາມທ່ານເອກອັກຄະລັດຖະທູດ ຫງວຽນກ໋ວກເກື່ອງ ແລ້ວ, ໃນການຢ້ຽມຢາມອາເມລິກາ, ນອກຈາກການເຈລະຈາກັບທ່ານປະທານາທິບໍດີ Barack Obama ແລ້ວ, ທ່ານປະທານປະເທດ ເຈືອງເຕີນຊາງ ຈະມີການເຄື່ອນໄຫວເຮັດວຽກກັບການນຳສະພາແຫ່ງຊາດ, ບັນດາສະມາຊິກສະພາສູງ ແລະ ສະມາຊິກສະພາຕໍ່າ, ພົບປະກັບວົງການການເມືອງ... ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ອາເມລິກາ. ທ່ານເອກອັກຄະລັດຖະທູດ ຫງວຽນກ໋ວກເກື່ອງ ໃຫ້ຮູ້ວ່າ.
“ການພົວພັນລະຫວ່າງ 2 ປະເທດໃນຊຸມປີຜ່ານມາ ໄດ້ຮັບການພັດທະນາທຸກດ້ານ. ການນຳອາເມລິກາ ໄດ້ກ່າວປາໄສຫຼາຍຄັ້ງໂດຍຖືຫວຽດນາມ ແມ່ນຄູ່ຮ່ວມມືພວມພົ້ນເດັ່ນທີ່ສຳຄັນໃນພາກພື້ນ. ກ່ຽວກັບແງ່ຫວັງ, ຂ້າພະເຈົ້າຖືວ່າ ການພົວພັນລະຫວ່າງ 2 ປະເທດຍັງມີຄວາມສາມາດບົມຊ້ອນຫຼາຍຢ່າງ ແລະ ພວກເຮົາສາມາດປະເອີບຕໍ່ການພົວພັນລະຫວ່າງ 2 ປະເທດໃນຊຸມປີຕໍ່ນ້າ. ຮອດເວລາແລ້ວທີ່ 2 ປະເທດຄວນກຳນົດຂອບເຂດຄູ່ຮ່ວມມືໃໝ່ໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ.”