ກຳນົດທິດເພື່ອໃຫ້ວິທະຍາສາດ ແລະ ເຕັກໂນໂລຊີກາຍເປັນກຳລັງໜູນໃນການປະຕິວັດອຸດສາຫະກຳ 4.0

(VOVWORLD) -  ທີ່ກອງປະຊຸມໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ຊີ້ແຈ້ງທັດສະນະຖືວິທະຍາສາດ ແລະ ເຕັກໂນໂລຊີແມ່ນລັດຖະນະໂຍບາຍແຖວໜ້າ ເຊິ່ງພັກ ແລະ ລັດໄດ້ຢັ້ງຢືນໃນສະພາບຕົວຈິງຜ່ານມາ.

ກຳນົດທິດເພື່ອໃຫ້ວິທະຍາສາດ ແລະ ເຕັກໂນໂລຊີກາຍເປັນກຳລັງໜູນໃນການປະຕິວັດອຸດສາຫະກຳ 4.0 - ảnh 1 (ພາບປະກອບ/TTXVN)

ວັນທີ 03 ມັງກອນ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ພ້ອມດ້ວຍຜູ້ຕາງໜ້າກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນເຂົ້າຮ່ວມກອງປະຊຸມໂອ້ລົມສົນທະນາກ່ຽວກັບການກຳນົດທິດ ແລະ ມາດຕະການເພື່ອໃຫ້ວິທະຍາສາດ ແລະ ເຕັກໂນໂລຊີກາຍເປັນກຳລັງໜູນໃນໄລຍະການປະຕິວັດອຸດສາຫະກຳ 4.0. ທີ່ກອງປະຊຸມໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ຊີ້ແຈ້ງທັດສະນະຖືວິທະຍາສາດ ແລະ ເຕັກໂນໂລຊີແມ່ນລັດຖະນະໂຍບາຍແຖວໜ້າ ເຊິ່ງພັກ ແລະ ລັດໄດ້ຢັ້ງຢືນໃນສະພາບຕົວຈິງຜ່ານມາ.

        ທີ່ກອງປະຊຸມໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ຫວຽດນາມ ກໍ່ຄືບັນດາປະເທດພວມພັດທະນາໃໝ່ ພຽງແຕ່ສຸມໃສ່ເຂົ້າໃນບັນຫາຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີເທົ່ານັ້ນ, ສ່ວນເລື່ອງເຜີຍແຜ່, ແບ່ງປັນຍັງບໍ່ທັນໄດ້ຮັບຄວາມສົນໃຈຖືກຕາມລະດັບ. ດັ່ງນັ້ນ, ຄວນສ້າງພູມປັນຍາສັງລວມໃນທຸກຂົງເຂດ ທັງເຜີຍແຜ່ພູມປັນຍາດ້ານວິທະຍາສາດເຕັກໂນໂລຊີ ທັງເພື່ອສ້າງສັງຄົມຮ່ຳຮຽນຕະຫລອດການ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຄວນເສີມຂະຫຍາຍບົດບາດສຳຄັນແມ່ນອົງການເຈົ້າພາບ, ຄົ້ນຄວ້າ, ເປັນເສນາທິການໃຫ້ແກ່ລັດຖະບານ ບັນດານະໂຍບາຍບຸກທະລຸ ເພື່ອໃຫ້ວິທະຍາສາດ ແລະ ເຕັກໂນໂລຊີກາຍເປັນແຫຼ່ງກຳລັງໜູນໃຫ້ແກ່ການພັດທະນາໃນໄລຍະການປະຕິວັດອຸດສາຫະກຳ 4.0 ຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ