( ພາບ : ອີນເຕີແນດ )
( vovworld ) - ທ່ານນາຍົກລັດຖະມົນຕີຫາກໍ່ເຊັນປະກາດໃຊ້ຂໍ້ຕົກລົງກ່ຽວກັບການກຳນົດມາດຕະຖານ, ກຳນົດລະດັບ ແລະ ລະບອບຄຸ້ມຄອງ, ການນຳໃຊ້ສຳນັກງານເຮັດວຽກ, ຮາກຖານເຄື່ອນໄຫວພາລະກິດ, ເຮືອນຢູ່ຂອງອົງການຕາງໜ້າ ຫວຽດນາມ ຢູ່ ຕ່າງປະເທດ. ຂໍ້ຕົກລົງຊີ້ແຈງວ່າ, ການຄຸ້ມຄອງ, ນຳໃຊ້ສຳນັກງານເຮັດວຽກ, ເຮືອນຢູ່ຂອງອົງການຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດຕ້ອງຖືກເປົ້າໝາຍ, ຮັບປະກັນການປະຢັດ, ມີປະສິດທິຜົນໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ ແລະ ກົດໝາຍຂອງປະເທດທີ່ມີສຳນັກງານຕັ້ງຢູ່.