(vovworld) - ລັດຖະບານຫາກໍ່ປະກາດດຳລັດກຳນົດລະອຽດບາງມາດຕາ ແລະ ມາດຕະການປະຕິບັດກົດໝາຍວ່າດ້ວຍການພິມຈຳໜ່າຍ. ດຳລັດກຳນົດໜ້າທີ່ຄຸ້ມຄອງລັດ ແລະ ປະຕິບັດນະໂຍບາຍຂອງລັດທີ່ມີຕໍ່ການເຄື່ອນໄຫວພິມຈຳໜ່າຍ; ການຈັດຕັ້ງ ແລະ ເຄື່ອນໄຫວໃນບັນດາຂົງເຂດພິມຈຳໜ່າຍ, ຢ່າງລະອຽດ... ໃນນັ້ນ, ໜ້າທີ່, ສິດອຳນາດຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ໃນການຄຸ້ມຄອງລັດ ກ່ຽວກັບການເຄື່ອນໄຫວພິມຈຳໜ່າຍ ແມ່ນເປັນເຈົ້າການ, ສົມທົບກັນກໍ່ສ້າງ, ປະກາດໃຊ້ບັນດາເອກະສານກຳນົດກົດໝາຍ, ຍຸດທະສາດ, ວາງແຜນກຳນົດ, ແຜນການ, ແຜນນະໂຍບາຍຂອງລັດທີ່ມີຕໍ່ການເຄື່ອນໄຫວພິມຈຳໜ່າຍຕາມສິດອຳນາດ ຫຼື ຍື່ນສະເໜີຕໍ່ອົງການທີ່ສິດປະກາດເອກະສານເຫຼົ່ານັ້ນ. ດຳລັດດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 01/03/2014 ເປັນຕົ້ນໄປ.