ກຳ​ນົດ​ວັນ​ເວ​ລາ ຈັດ ASIAD 19 ໃນ​ປີ 2023

(VOVWORLD) -ງານມະຫາກຳກິລາອາຊີ (ASIAD) ຄັ້ງທີ 19 ຈະຖືກຈັດຂຶ້ນໃນລະຫວ່າງວັນທີ 23 ກັນຍາ ຮອດວັນທີ 8 ຕຸລາ 2023 ຢູ່ນະຄອນ ຫາງໂຈ (ຈີນ).
ກຳ​ນົດ​ວັນ​ເວ​ລາ ຈັດ ASIAD 19 ໃນ​ປີ 2023 - ảnh 1ສະໜາມກິລາ ຫາງໂຈ (ຈີນ) (ພາບ:AFP)

ຕາມແຈ້ງການຫຼ້າສຸດທີ່ໄດ້ປະກາດໃນຕອນບ່າຍວັນທີ 19 ກໍລະກົດ, ງານມະຫາກຳກິລາອາຊີ (ASIAD) ຄັ້ງທີ 19 ຈະຖືກຈັດຂຶ້ນໃນລະຫວ່າງວັນທີ 23 ກັນຍາ ຮອດວັນທີ 8 ຕຸລາ 2023 ຢູ່ນະຄອນ ຫາງໂຈ (ຈີນ).

ຂໍ້ຕົກລົງດັ່ງກ່າວໂດຍປະເທດເຈົ້າພາບ ຈີນ ພ້ອມດ້ວຍຄະນະກຳມະການ ໂອລິມປິກ ອາຊີ ເຫັນດີເປັນເອກະພາບ, ພາຍຫຼັງທີ່ບັນດາຝ່າຍກ່ຽວຂ້ອງໄດ້ປຶກສາຫາລືມາເປັນເວລາ 2 ເດືອນ. ໃນເບື້ອງຕົ້ນ, ASIAD ຄັ້ງທີ 19 ຄາດວ່າ ຈະຈັດຂຶ້ນໃນເດືອນກັນຍາປີນີ້. ເຖິງຢ່າງໃດກໍຕາມ, ວັນທີ 6 ພຶດສະພາ ຜ່ານມາ, ຄະນະກຳມະການ ໂອລິມປິກ ອາຊີ ໄດ້ແຈ້ງໃຫ້ໂຈະງານມະຫາກຳກິລານີ້ໄວ້ ຍ້ອນສະພາບການໂລກລະບາດໂຄວິດ - 19 ຢູ່ ຈີນ ມີການຜັນແປຢ່າງສັບສົນ.

ຕອບກັບ

ຂ່າວ/ບົດ​ອື່ນ