ກຳນົດໝວດມາດຕະການແກ້ໄຂຍຸດທະສາດ ເພື່ອພັດທະນາແບບຍືນຍົງເຂດທົ່ງພຽງແມ່ນ້ຳຂອງ

(VOVWORLD) - ຕອນບ່າຍວັນທີ 05 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີການເຮັດວຽກກັບບາງກະຊວງ, ຂະແໜງການ
ກຳນົດໝວດມາດຕະການແກ້ໄຂຍຸດທະສາດ ເພື່ອພັດທະນາແບບຍືນຍົງເຂດທົ່ງພຽງແມ່ນ້ຳຂອງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການເຮັດວຽກກັບບາງກະຊວງ, ຂະແໜງການ (ພາບ: VGP)

ກ່ຽວກັບການຈັດຕັ້ງກອງປະຊຸມສ້າງການຫັນປ່ຽນຮູບແບບການພັດທະນາແບບຍືນຍົງເຂດທົ່ງພຽງແມ່ນ້ຳຂອງ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ນີ້ແມ່ນກອງປະຊຸມສຳຄັນ ເພື່ອປຶກສາຫາລືບັນດາມາດຕະການແກ້ໄຂໃຫ້ການຫັນປ່ຽນຮູບແບບພັດທະນາແບບຍືນຍົງເຂດທົ່ງພຽງແມ່ນ້ຳຂອງໃນເງື່ອນໄຂການປ່ຽນແປງຂອງດິນຟ້າອາກາດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ຂະແໜງການປະຕິບັດວຽກງານກະກຽມໃຫ້ດີ ເພື່ອຍົກສູງປະສິດທິຜົນຂອງກອງປະຊຸມ, ໃນນັ້ນ ມີບັນຫາປ່ຽນແປງໃໝ່ຈິດຕະນາການພັດທະນາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພ້ອມກັນນັ້ນ ຄວນຄິດໄລ່ນຳໃຊ້ວິທະຍາສາດ - ເຕັກໂນໂລຊີເຂົ້າການຄຸ້ມຄອງບົນພື້ນຖານຄົ້ນຄວ້າພຶດຕິກຳຕົວຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ