ກຳປູເຈຍ:ຄະນະກຳມະການປະສົມພັກCPP-CNRPຈັດກອງປະຊຸມຄັ້ງທຳອິດ
ຜູ້ຕາງໜ້າ 2 ພັກປະຊຸມຂ່າວເພື່ອປະກາດໝາກຜົນຂອງກອງປະຊຸມ
(ພາບ: Trần Chí Hùng/Vietnam+)
(vovworld) - ວັນທີ 3/3, ຢູ່ພະນົມເປັນ, ປະເທດ ກຳປູເຈຍ, ຄະນະກຳມະການປະສົມ 2 ພັກ ປະຊາຊົນ ກຳປູເຈຍ (CPP) ແລະ ພັກກູ້ຊາດ ກຳປູເຈຍ (CNRP) ໄດ້ຈັດກອງປະຊຸມຄັ້ງທຳອິດຕາມຂໍ້ຕົກລົງຂອງກອງປະຊຸມກຸ່ມປະຕິບັດງານ 2 ພັກເມື່ອວັນທີ 18/2. ພາຍຫຼັງກອງປະຊຸມກັບຝ່າຍ CPP ໂດຍທ່ານ Bin Khin, ຮອງນາຍົກລັດຖະມົນຕີ, ກຳມະການຄະນະປະຈຳ ນຳໜ້າ ແລະ ຝ່າຍ CNRP ໂດຍທ່ານ Son Chhay, ຫົວໜ້າຄະນະຈັດຕັ້ງຂອງພັກນຳໜ້າ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມຢັ້ງຢືນວ່າໄດ້ປຶກສາຫາລື ແລະ ເຫັນດີເປັນເອກະສັນ 3 ບັນຫາກ່ຽວຂ້ອງເຖິງເລື່ອງປັບປຸງກົນໄກການເລືອກຕັ້ງ. ຖະແຫຼງການຮ່ວມຊີ້ແຈ້ງວ່າ: 2 ຝ່າຍໄດ້ເຫັນດີເປັນເອກະສັນຈັດຕັ້ງການຈົດບັນຊີລາຍຊື່ບັນດາຜູ້ອອກສະໝັກຮັບເລືອກຕັ້ງ ແລະ ຜູ້ມີສິດເລືອກຕັ້ງເພື່ອຮັບປະກັນ ແລະ ປົກປ້ອງສິດເລືອກຕັ້ງຂອງພົນລະເມືອງທຸກຄົນ, ກະກຽມສ້າງກົດໝາຍກ່ຽວກັບການເງິນສຳລັບບັນດາພັກການເມືອງ ແລະ ສືບຕໍ່ປະຕິຮູບກົນໄກການເລືອກຕັ້ງຄື: ປະຕິຮູບອົງການເລືອກຕັ້ງ, ມີກົນໄກແກ້ໄຂບັນດາກໍລະນີຜິດພາດໃນການເລືອກຕັ້ງ. 2 ຝ່າຍໄດ້ເຫັນດີເປັນເອກະສັນນຳກັນວ່າ: ຄະນະກຳມະການປະສົມ 2 ພັກ ຈະສືບຕໍ່ດຳເນີນປະຊຸມໃນວັນທີ 10/3 ຈະມາເຖິງ.