ນາຍົກລັດຖະມົນຕີ ຮູນແຊນ
(ພາບ: TTXVN)
|
(vovworld) – ກອງປະຊຸມຄັ້ງທີ 38 ຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ (CPP) ດຳເນີນໃນຕອນເຊົ້າວັນທີ 20/6, ໄດ້ເຫັນດີເລືອກຕັ້ງທ່ານ ຮູນແຊນ, ຮອງປະທານ CPP ເປັນປະທານຄົນໃໝ່ແທນໃຫ້ທ່ານປະທານເຈຍຊິມ, ທີ່ໄດ້ມໍລະນະກຳເມື່ອວັນທີ 8/6, ນອກນັ້ນ, ທ່ານ ໄຊຈູນ, ກຳມະການຄະນະປະຈຳ, ຫົວໜ້າຄະນະປະຈຳການຄະນະປະຈຳ ແລະ ທ່ານ ຊາເຄັງ, ກຳມະການຄະນະປະຈຳການ, ໄດ້ຮັບເລືອກຕັ້ງເປັນຮອງປະທານ CPP.
ກອງປະຊຸມຄັ້ງທີ 38 ຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ ດຳເນີນພາຍຫຼັງພິທີຊາປະນາກິດສົບ ສົມເດັດ ອັກຄະມະຫາ ທຳມະໂພທິສານເຈຍຊິມ ໜຶ່ງວັນ. ທີ່ກອງປະຊຸມນີ້, CPP ກໍ່ປະເມີນສະພາບການໃນ 6 ເດືອນຕົ້ນປີ ແລະ ວາງທິດທາງເຄື່ອນໄຫວໃນ 6 ເດືອນທ້າຍປີ.