ກຳປູເຈຍໃຫ້ຄຳໝັ້ນສັນຍາຈັດການເລືອກຕັ້ງຕ່າງໆສຳເລັດຜົນ

ກຳປູເຈຍໃຫ້ຄຳໝັ້ນສັນຍາຈັດການເລືອກຕັ້ງຕ່າງໆສຳເລັດຜົນ - ảnh 1

ທ່ານ​ນາຍົກລັດຖະມົນຕີ ຮູ​ນ​ແຊນ (ພາບ: Internet)

(vovwold) - ທ່ານ​ນາຍົກລັດຖະມົນຕີ ຮູ​ນ​ແຊນ​ໄດ້​ຢັ້ງຢືນ​ວ່າ, ລັດຖະບານກຳປູເຈຍໝັ້ນໝາຍຈະສ້າງທຸກເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ການເລືອກຕັ້ງຕ່າງໆຢູ່ກຳປູເຈຍ​ໃນ​ໄລຍະ​ຈະ​ມາ​ເຖິງສຳເລັດຜົນ ຮັບປະກັນປະຊາທິປະໄຕ ແລະ ຄວາມເສລີ. ທ່ານ​ນາຍົກລັດຖະມົນຕີ ຮູ​ນ​ແຊນ​ໃຫ້​ຮູ້​ວ່າ, ລັດຖະບານກຳປູເຈຍເຫັນດີສະຫງວນເງິນ 19 ລ້ານ USD ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ສະພາ​ຂັ້ນ​ຕາ​ແສງ ​ເຊິ່ງຖືກ​ຈັດ​ຂຶ້ນ​ໃນ​ເດືອນ​ 6 ຈະ​ມາ​ເຖິງ, ​ແລະ ​ເງິນ​ຈຳນວນ​ເທົ່າ​ກັບດັ່ງກ່າວ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ໃນ​ປີ 2013. ທ່ານ​ນາຍົກລັດຖະມົນຕີ ຮູ​ນ​ແຊນ ກໍ່​ໄດ້​ຮຽກຮ້ອງ​ໃຫ້​ກຳລັງ​ປະກອບ​ອາວຸດ, ອຳນາດ​ການ​ປົກຄອງ​ທຸກຂັ້ນ​ຜັນ​ຂະຫຍາຍ​ມາດ​ຕະການ​ຕ່າງໆ ​ເພື່ອ​ໃຫ້ການ​ເລືອກ​ຕັ້ງ​ຕ່າງໆ​ຈະ​ມາ​ເຖິງ​ຮັບປະກັນ​ຄວາມ​ປອດ​ໄພ, ​ມີ​ຄວາມ​ເສລີ, ປະຊາທິປະ​ໄຕ ​ແລະ ຍຸຕິ​ທຳ.

ຂ່າວ/ບົດ​ອື່ນ