ກຳປູເຈຍ ປະກາດວັນຈັດຕັ້ງພິທີ ຊາປະນະກິດສົບອະດີດພະມະຫາກະສັດ ໂນໂຣດົມ ສີຫານຸ

ກຳປູເຈຍ ປະກາດວັນຈັດຕັ້ງພິທີ ຊາປະນະກິດສົບອະດີດພະມະຫາກະສັດ ໂນໂຣດົມ ສີຫານຸ - ảnh 1
(ພາບ: Vietnam+)

(vovworld) - ວັນ​ທີ 26/11, ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ ຮຸນ​​ແຊນ ​ໃຫ້​ຮູ້​ວ່າ: ພິທີ​ຊາ​ປະ​ນະ​ກິດ​ສົບ​ອະ​ດີດພະ​ມະຫາ​ກະສັດ ພະ​ບາດ​ສົມ​ເດັດ​ໂນ​ໂຣດົມ ສີ​ຫາ​ນຸ ທີ່​ໄດ້​ສິ້ນ​ພະ​ຊົນ​​ໃນ​ວັນ​ທີ 15 ຕຸລາ ​ລວມ​ອາຍຸ 90 ປີ ຈະ​ໄດ້ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 4/2/2013 ຕາມພິທີ​ການ​ລະດັບ​ຊາດ. ວັນ​ທີ 1/1/2013, ພິທີ​ແກ່ສົບ​ອະດີດ ​ພະ​ມະຫາ​ກະສັດ ​ໂນ​ໂຣດົມ ສີ​ຫາ​ນຸ ຈາກ​ລາຊະ​ວັງ​ເຖິງສະຖານ​ທີ່​ຊາ​ປະ​ນະ​ກິດ​ສົບ ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ຢ່າງ​ສົມ​ກຽດ. ຄາດ​ວ່າ ຈະມີ​ປະຊາຊົນ ກຳປູ​ເຈຍ ກວ່າ ລ້ານ​ຄົນ ​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ. ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ ຮຸນ​ແຊນ ​ໃຫ້​ຮູ້​ວ່າ: ພິທີ​ຕັ້ງ​ຊື່​ໃຫມ່: Preah Borom Ratanak Kod ​ໃຫ້​ແກ່​ອະດີດ​ພະ​ມະຫາ​ກະສັດ ​ໂນ​ໂຣດົມ ສີ​ຫາ​ນຸ ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ຢ່າງ​ສົມ​ກຽດ​ໃນ​ວັນ​ທີ 28/11. ຕາມ​ຮີດຄອງ​ປະ​ເພນີ​ຂອງ ກຳປູ​ເຈຍ, ກະສັດ​ຂອງປະ​ເທດ​ນີ້ ຕ້ອງ​ມີ 3 ຊື່: ຊື່​ພາຍຫລັງ​ເກີດ, ຊື່​ເມື່ອ​ຂຶ້ນ​ຄອງລາຊະບັນລັງ ​ແລະ ຊື່ທີ​ສາມ​ແມ່ນ​ຊື່​ພາຍຫລັງ​​​ສີ້ພະ​ຊົນ.

ຂ່າວ/ບົດ​ອື່ນ