ກຳມະບານ ຮ່າໂນ້ຍ ຈັດຕັ້ງລາຍການ “ຕ້ອນຮັບບຸນເຕັດ - ລະດູບານໃຫມ່ ປອດໄພ ແລະ ສະຫງົບສຸກ”

(VOVWORLD) -ໃນໂອກາດບຸນເຕັດປີນີ້ ສະຫະພັນແຮງງານ ຮ່າໂນ້ຍ ສະຫງວນຈຳນວນເງິນກວ່າ 71 ຕື້ດົ່ງ ເພື່ອເບິ່ງແຍງ, ຫນູນຊ່ວຍຄົນງານ,

ນີ້ແມ່ນການເຄື່ອນໄຫວຈັດຂຶ້ນໃນທຸກປີ ເມື່ອບຸນເຕັດວຽນມາ ເພື່ອແນໃສ່ລະດົມກຳລັງໃຈຄົນງານຜ່ານຜ່າຄວາມຫຍຸ້ງຍາກ, ອອກແຮງແຂ່ງຂັນໃນການອອກແຮງງານທຳການຜະລິດ, ປະກອບສ່ວນພັດທະນາເສດຖະກິດ ສັງຄົມ ແລະ ການຜະລິດດຳເນີນທຸລະກິດຂອງແຕ່ລະວິສາຫະກິດ. ທີ່ລາຍການ, ຄົນງານໄດ້ເຂົ້າຮ່ວມການແຂ່ງຂັນຫໍ່ເຂົ້າຕົ້ມ ແລະ ການເຄື່ອນໄຫວອື່ນອີກ. ສະຫະພັນແຮງງານ ນະຄອນຮ່າໂນ້ຍ ກໍ່ໄດ້ມອບຂອງຂວັນ, ປີ້ລົດໂດຍບໍ່ເກັບຄ່າເພື່ອໃຫ້ກຳມະກອນກັບຄືນເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ, ມອບຂອງຂວັນໃຫ້ຄົນງານຜູ້ປະສົບກັບຄວາມຫຍຸ້ງຍາກ.

ຕາມສະຫະພັນແຮງງານ ນະຄອນຮ່າໂນ້ຍ ແລ້ວ, ໃນໂອກາດບຸນເຕັດປີນີ້ ສະຫະພັນແຮງງານ ຮ່າໂນ້ຍ ສະຫງວນຈຳນວນເງິນກວ່າ 71 ຕື້ດົ່ງ ເພື່ອເບິ່ງແຍງ, ຫນູນຊ່ວຍຄົນງານ, ມອບຂອງຂວັນກວ່າ 14.000 ພູດໃຫ້ຄົນງານປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ຫນູນຊ່ວຍ ກຳມະກອນ 1.200 ຄົນທີ່ພວມເຮັດວຽກຢູ່ເຂດອຸດສາຫະກຳ ແລະ ເຂດຜະລິດສົ່ງອອກ ກັບຄືນເມືອບ້ານຕ້ອນຮັບບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ