ກອງປະຊຸມ ອາຊີຕາເວັນອອກ ເມື່ອເດືອນ 10/2014
(ພາບ: AP)
(vovworld) - ຕອນຄຳ່ວັນທີ 20/11 (ຕາມເວລາຫວຽດນາມ), ກຳມາທິການການຕ່າງປະເທດສະພາຕຳ່ອາເມລິກາ ໄດ້ມີມະຕິ H.Res - 714 ທີ່ຮຽກຮ້ອງແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ແລະ ຮວາຕຸງ ໃນປະຈຸບັນໂດຍສັນຕິວິທີ.
ມະຕິຂອງສະພາຕຳ່ອາເມລິກາ ໄດ້ຢືນຢັນຄືນຄວາມຈຳເປັນຕ້ອງແກ້ໄຂຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກ ແລະ ຮວາຕຸງ ຜ່ານບັນດາມາດຕະການສັນຕິພາບ ແລະ ສົມທົບກັນຕາມຫຼັກການຂອງກົດໝາຍສາກົນ ເຊິ່ງໄດ້ຮັບການຮັບຮອງຈາກໂລກ. ທ່ານປະທານກຳມາທິການການຕ່າງປະເທດສະພາຕຳ່ອາເມລິກາ, Ed Royce, ໃຫ້ຮູ້ວ່າ:
“ມະຕິຮຽກຮ້ອງແກ້ໄຂຄວາມຂັດແຍ້ງກັນໃນປະຈຸບັນຢູ່ທະເລຕາເວັນອອກ, ເຊິ່ງແມ່ນສູນການຄ້າທີ່ສຳຄັນ ດ້ວຍທາງເດີນທະເລ, ແຫຼ່ງພະລັງງານ ແລະ ບໍລິເວນຫາປາຢ່າງຫຼວງຫຼາຍໂດຍສັນຕິວິທີ“.
ມະຕິຂອງສະພາຕຳ່ອາເມລິກາ ຢືນຢັນວ່າ, ບັນດາເຂດທະເລຢູ່ອາຊີ - ປາຊີຝິກ, ລວມມີນ່ານທະເລ ແລະ ນ່ານຟ້າ, ມີບົດບາດສຳຄັນທີ່ສຸດສຳລັບຄວາມວັດທະນາຖາວອນ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ກໍ່ຄືການຄ້າໃນທົ່ວໂລກ. ບັນດາປະເທດອາຊຽນ ແລະ ຈີນ ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກໃນປີ 2002, ຕາມນັ້ນແລ້ວ, ບັນດາຝ່າຍໄດ້ໃຫ້ຄຳໝັ້ນສັນຍາເຄົາລົບ ແລະ ຮັບປະກັນຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກຕາມບັນດາຫຼັກການກົດໝາຍສາກົນ ເຊິ່ງໂລກໄດ້ຮັບຮູ້, ກໍ່ຄືແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນາບຂູ່ຫຼືນຳໃຊ້ກຳລັງອາວຸດ. ແຕ່ເຖິງຢ່າງໃດກໍ່ຕາມນັບແຕ່ເວລານັ້ນ, ຄວາມເຄັ່ງຕຶງນັບມື້ນັບເພີ່ມຂຶ້ນຢູ່ບັນດາເຂດທະເລ ແລະ ຜືນແຜ່ນດິນທີ່ມີຄວາມຂັດແຍ້ງກັນ. ມະຕິຊີ້ແຈ້ງວ່າ: ກຳ່ປັ່ນຂອງຈີນ ໄດ້ຕັ້ງໃຈຕຳໃສ່ກຳ່ປັ່ນລາດຕະເວນຂອງຍີ່ປຸ່ນ ຢູ່ທະເລຮວາຕຸງ, ຍິງກຳ່ປັ່ນຫາປາຂອງຟີລິບປິນ, ຕັດສາຍກາບຂອງກຳ່ປັ່ນຫວຽດນາມ ທີ່ພວມເຄື່ອນໄຫວຢູ່ໃນເຂດເສດຖະກິດຈຳເພາະຂອງຫວຽດນາມ. ບໍລິສັດໃຫຍ່ນຳ້ມັນອາຍແກດໄຮຢາງຂອງຈີນຍັງຈັດການປະມູນສຳຫຼວດ, ຂຸດຄົ້ນນຳ້ມັນອາຍແກສໃນເຂດເສດຖະກິດຈຳເພາະຂອງຫວຽດນາມ ເມື່ອປີ 2012 ແລະ ນຳຮ້ານເຈາະນຳ້ມັນໄຮຢາງ 981 ເຂົ້າເຂດທະເລຂອງຫວຽດນາມ ໃນເດືອນ 5/2014…
ກ່າວຄວາມເຫັນໃນການປ່ອນບັດຮັບຮອງເອົາມະຕິ, ສະມາຊິກສະພາຕຳ່ອາເມລິກາ, ທ່ານ Eni Daleomavega, ໃຫ້ຮູ້ວ່າ:
“ເຖິງວ່າບໍ່ແມ່ນຝ່າຍທີ່ກ່ຽວຂ້ອງເຖິງການຂັດແຍ້ງກັນຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ ກໍ່ຕາມ, ແຕ່ອາເມລິກາ ພັດມີຜົນປະໂຫຍດໃນການແກ້ໄຂຄວາມໂຕ້ຖຽງກັນໂດຍສັນຕິວິທີ, ຜ່ານທາງການທູດ ແລະ ເໝາະສົມກັບກົດໝາຍສາກົນ. ອາເມລິກາ ມີຜົນປະໂຫຍດໃນການເດີນທະເລ, ການບິນ, ບັນດາການເຄື່ອນໄຫວການຄ້າຢ່າງເສລີ, ໂດຍບໍ່ຖືກບັງຄັບ, ນາບຂູ່ຫຼືນຳໃຊ້ກຳລັງອາວຸດ“.
ມະຕິ H.Res – 714 ກໍ່ໄດ້ກ່າວປະນາມການກະທຳທີ່ນຳໃຊ້ກຳລັງອາວຸດເພື່ອກີດຂວາງສິດເສລີຢູ່ເຂດທະເລ ແລະ ນ່ານຟ້າສາກົນ. ມະຕິຮຽກຮ້ອງຈີນລະງັບໃຈໃນການປະຕິບັດຂໍ້ຕົກລົງເຂດປ້ອງກັນອາກາດ (ADIZ) ຢູ່ທະເລຮວາຕຸງ. ຖືວ່ານີ້ແມ່ນການກະທຳໄປຝືນກັບສິດເສລີໄປຜ່ານນ່ານຟ້າສາກົນ ແລະ ຮຽກຮ້ອງປະເທດນີ້ ບໍ່ໄດ້ມີການກະທຳທີ່ຄ້າຍຄືກັນຢູ່ເຂດທະເລອື່ນໆຂອງອາຊີ - ປາຊີຝິກ. ມະຕິຮຽກຮ້ອງອາຊຽນ, ບັນດາ ສຳພັນທະມິດ, ເພື່ອນມິດຂອງອາເມລິກາ ແລະ ບັນດາປະເທດທີ່ມີກຄວາມຂັດແຍ້ງກັນພ້ອມກັນມານະພະຍາຍາມຊອກຫາວິທີການແກ້ໄຂຄວາມຂັດແຍ້ງໂດຍສັນຕິ, ຮັບຮອງເອົາເລື່ອງສ້າງປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC).