ກຳມາທິການການຕ່າງປະເທດສະພາແຫ່ງຊາດ ເຢຍລະມັນ ເປັນເຈົ້າພາບຈັດກອງປະຊຸມສຳມະນາທາງອອນລາຍ ກ່ຽວກັບທະເລຕາເວັນອອກ

(VOVWORLD) -ວັນທີ 15 ມັງກອນ ຢູ່ນະຄອນຫຼວງ ແບັກລິນ ຂອງສະຫະພັນເຢຍລະມັນ,ກຳມາທິການການຕ່າງປະເທດສະພາແຫ່ງຊາດເຢຍລະມັນ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາທາງອອນລາຍ ກ່ຽວກັບບັນຫາທະເລຕາເວັນອອກ ດ້ວຍຜູ້ຕາງໜ້າ ບັນດາອົງການ ແລະ ຜູ້ຊ່ຽວຊານຊາວ ຫວຽດນາມ ອາໄສຢູ່ ເຢຍ ລະມັນ.
ກຳມາທິການການຕ່າງປະເທດສະພາແຫ່ງຊາດ ເຢຍລະມັນ ເປັນເຈົ້າພາບຈັດກອງປະຊຸມສຳມະນາທາງອອນລາຍ ກ່ຽວກັບທະເລຕາເວັນອອກ - ảnh 1ກອງປະຊຸມສຳມະນາ ອອນລາຍ ກ່ຽວກັບບັນຫາທະເລຕາເວັນອອກ

ທ່ານນາງ ປອ ດານີເອລາ ເດີຣິດເດີ ຮອງປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດ ທັງເປັນຮອງປະທານຄະນະປ້ອງກັນຕ້ານວິກິດການພົນລະເຮືອນ, ຄຸ້ມຄອງການປະທະກັນ ແລະ ເຊື່ອມຕໍ່ການຄ້າຂອງສະພາແຫ່ງຊາດເຢຍລະມັນ ໄດ້ເປັນປະທານກອງປະຊຸມສຳມະນາ.

       ທີ່ກອງປະຊຸມສຳມະນາ, ທ່ານນາງ ຣິດເດີ ໃຫ້ຮູ້ວ່າ ໄລຍະຜ່ານມາ ສະພາແຫ່ງຊາດ ແລະ ລັດຖະບານ ເຢຍລະມັນ ມີຄວາມເອົາໃຈໃສ່ທີ່ສຸດເຖິງສະພາບຄວາມໝັ້ນຄົງຢູ່ທະເລຕາເວັນອອກ. ທ່ານນາງ ໄດ້ຮັບຄຳຄິດເຫັນຫຼາຍຂໍ້ຂອງບັນດາເພື່ອນຮ່ວມອາຊີບ ແລະ ສສຊ ໃນສະພາແຫ່ງຊາດ ເຢຍລະມັນ ກ່ຽວກັບບັນດາຄວາມເຄັ່ງຕຶງຢູ່ເຂດທະເລນີ້ ແລະ ມີຄວາມຫວັງຢ່າງຍິ່ງ ໄດ້ຮັບຟັງການຕີລາຄາຂໍ້ມູນຂ່າວສານຈາກວົງຄະນາຍາດຊາວ ຫວຽດນາມ, ຜູ້ຕາງໜ້າບັນດາອົງການຈັດຕັ້ງ ກໍ່ຄືຜູ້ຊ່ຽວຊານຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ.

       ທ່ານນາງຣິດເດີ ໄດ້ຕີລາຄາສູງຄວາມມານະພະຍາມ ແລະ ອາລົມຈິດນ້ຳໃຈຂອງບັນດາຜູ້ທີ່ໄດ້ເຂົ້າຮ່ວມ ເພື່ອໃຫ້ກອງປະຊຸມສຳມະນາທາງອອນລາຍ ໄດ້ດຳເນີນໄປດ້ວຍດີ ພ້ອມທັງໃຫ້ຮູ້ວ່າ ຈະປຶກຫາລືກັບບັນດາ ສສຊ ເພື່ອນຳບັນຫາທະເລຕາເວັນອອກ ມາປຶກສາຫາລືຢູ່ທີ່ສະພາແຫ່ງຊາດ ເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ