ກຳລັງປົກປັກຮັກສາຊາຍແດນຫວຽດນາມ - ຈີນ - ລາວພົບປະກັນຢູ່ສາມແຍກຊາຍແດນ

(VOVWORLD) -     ວັນທີ 22 ພຶດສະພາ ກຳລັງປົກປັກຮັກສາຊາຍແດນຂອງສາມປະເທດຫວຽດນາມ - ຈີນ - ລາວໄດ້ພົບປະກັນຢູ່ສາມແຍກຊາຍແດນເພື່ອເປັນເອກະພາບກັນບັນດາມາດຕະການຄຸ້ມຄອງປົກປັກຮັກສາຊາຍແດນ ແລະ ປະຕິບັດການເຄື່ອນໄຫວສັບປະດາຄຸ້ມຄອງຊາຍແດນປະສົມ
ກຳລັງປົກປັກຮັກສາຊາຍແດນຫວຽດນາມ - ຈີນ - ລາວພົບປະກັນຢູ່ສາມແຍກຊາຍແດນ - ảnh 1ກຳລັງປົກປັກຮັກສາຊາຍແດນຂອງສາມປະເທດຫວຽດນາມ - ຈີນ - ລາວໄດ້ພົບປະກັນຢູ່ສາມແຍກຊາຍແດນ

    ທີ່ການພົບປະ, ບັນດາກຳລັງປົກປັກຮັກສາຊາຍແດນຫວຽດນາມ - ຈີນ - ລາວໄດ້ເຫັນດີເປັນເອກະພາບປະຕິບັດສັບປະດາຄຸ້ມຄອງຊາຍແດນປະສົມນັບແຕ່ 13 ໂມງຂອງວັນທີ 22 ພຶດສະພາ ປີ 2021 ເຖິງເວລາ 24 ໂມງຂອງວັນທີ 28 ພຶດສະພາປີ 2021. ຕາມນັ້ນແລ້ວ, ແຕ່ລະຝ່າຍຕ້ອງຜັນຂະຫຍາຍບັນດາການເຄື່ອນໄຫວ ຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນເຂດຊາຍແດນໂດຍຕົນເອງ. ເພີ່ມທະວີກາປ້ອງກັນ ຕ້ານບັນດາການເຄື່ອນໄຫວອາຊະຍາກຳຂ້າມຊາດ; ສະໜັບສະໜູນຊ່ວຍໜູນເຊິ່ງກັນແລະກັນເພື່ອປະຕິບັດວຽກງານຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນບັນດາໂອກາດທີ່ສຳຄັນເປັນຢ່າງດີ. ບັນດາຝ່າຍຍັງໄດ້ແລກປ່ຽນວຽກງານສົມທົບກັນໃນການສະກັດກັ້ນການເຄື່ອນໄຫວເຂົ້າ - ອອກເມືອງຜ່ານຊາຍແດນຢ່າງຜິດກົດໝາຍ; ວຽກງານຮັບ ແລະ ມອບສົ່ງພົນລະເມືອງ ແລະເພີ່ມທະວີວຽກງານແລກປ່ຽນຂໍ້ມູນຂ່າວສານ ເພື່ອປະຕິບັດການປ້ອງກັນຕ້ານໂລກລະບາດເປັນຢ່າງດີ.

   ໃນຂອບເຂດການພົບປະ, ກຳລັງປ້ອງກັນຊາຍແດນຂອງສາມປະເທດໄດ້ປະຕິບັດພິທີເຄົາລົບເສົາຫຼັກໝາຍ ແລະປະຕິບັດການລາດຕະເວນຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ