ກຳລັງຮັກສາສັນຕິພາບ ສະຫະປະຊາຊາດ ເລີ່ມພາລະໜ້າທີ່ຢູ່ Mali
ທະຫານ ຝຣັ່ງ ຢູ່ Mali
(ພາບ: AFP/TTXVN)
(vovworld) - ວັນທີ 1/7, ກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ໄດ້ຮັບຜິດຊອບໜ້າທີ່ຮັກສາຄວາມໝັ້ນຄົງຈາກບັນດາທະຫານ ອາບຟຣີກາ ຢູ່ Mali, ດ້ວຍພາລະໜ້າທີ່ຮັກສາຄວາມສະຖຽນລະພາບໃຫ້ແກ່ປະເທດນີ້, ໃນຈຸດເວລາຍັງມີເວລາພຽງ 4 ອາທິດເທົ່ານັ້ນຈະດຳເນີນບັນດາການເລືອກຕັ້ງທີ່ສຳຄັນ. ກຳລັງທະຫານ 12.600 ຄົນສັງກັດຄະນະປະຕິບັດງານສະຫະປະຊາຊາດຮັກສາສັນຕິພາບຢູ່ Mali (MINUSMA) ຮັບຜິດຊອບພາລະໜ້າທີ່ຂອງຄະນະປະຕິບັດງານໜູນຊ່ວຍສາກົນໂດຍ ອາບຟຣີກາ ນຳໜ້າຢູ່ Mali (AFISMA) ຢ່າງເປັນທາງການ, ນີ້ແມ່ນກຳລັງເຄີຍໄດ້ຮັບການສ້າງຕັ້ງຂຶ້ນເພື່ອໜູນຊ່ວຍບັນດາທະຫານ ຝຣັ່ງ ຜັນຂະຫຍາຍຢູ່ Mali ເມື່ອເດືອນ 1 ແນໃສ່ສະກັດກັ້ນການເພີ່ມຂຶ້ນຂອງບັນດາພາກສ່ວນອິດສະລາມ, ພ້ອມທັງຊ່ວຍໃຫ້ລັດຖະບານ Mali ສ້າງສິດອຳນາດຄືນໃໝ່ໃນທົ່ວປະເທດ. ພາລະໜ້າທີ່ຂອງ MINUSMA ແມ່ນຝຶກອົບຮົມກຳລັງປ້ອງກັນຄວາມສະຫງົບຢູ່ປະເທດນີ້ ແລະ ເຮັດໃຫ້ສະພາບການຢູ່ບັນດາເທດສະບານຕົ້ນຕໍ່ຢູ່ພາກເໜືອປະເທດ ອາບຟຣີກາຕາເວັນຕົກນີ້ເປັນປົກກະຕິໂດຍໄວ, ພ້ອມທັງຍູ້ແຮງປະຊາທິປະໄຕ ແລະ ໜູນຊ່ວຍ ລັດຖະບານ Mali ເປີດກ້ວາງສິດຄວບຄຸມຢູ່ທ້ອງຖິ່ນຕ່າງໆ. ນອກຈາກນັ້ນ, MINUSMA ຍັງສວມບົດບາດສຳຄັນໃນບັນດາຄວາມມານະພະຍາຍາມດ້ານການເມືອງເພື່ອສ້າງຕັ້ງ Mali ຄືນໃໝ່. ຄາດວ່າ, ໃນໄລຍະຕົ້ນ, ພາລະໜ້າທີ່ຂອງ MINUSMA ຈະແກ່ຍາວ 12 ເດືອນ.