ກຳແໜ້ນກາລະໂອກາດສັນຕິພາບໃຫ້ແຫຼມເກົາຫຼີ

(VOVWORLD) -ວັນທີ 27 ເມສາ, ການພົບປະຂັ້ນສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີຄັ້ງປະຫວັດສາດ ລະຫວ່າງ ທ່ານປະທານາທິບໍດີ ສ.ເກົາຫຼີ  Moon Jae in ກັບການນຳສປປ.ເກົາຫຼີ Kim Jong Un ຈະໄດ້ດຳເນີນຢູ່ບ້ານຢຸດຮົບ Panmunjiom. ເລື່ອງທ່ານ Kim Jong Un ເຫັນດີເຂົ້າຮ່ວມການເຈລະຈາພາຍຫຼັງກວ່າ  6 ປີ ທີ່ສືບຕາມນະໂຍບາຍພັດທະນາອາວຸດນິວເຄຼຍ ແລະ ລູກສອນໄຟໄລຍະໄກ ແມ່ນໂອກາດທີ່ຫາຍາກ,  ອາດຈະສ້າງປະຖົມປັດໄຈກ້າວໄປເຖິງການປອດນິວເຄຼຍ ແລະ ນຳມາເຊິ່ງສັນຕິພາບໃນແຫຼມເກົາຫຼີ.

ການພົບປະລະຫວ່າງ ທ່ານປະທານາທິບໍດີ ສ.ເກົາຫຼີ  Moon Jae –in ກັບການນຳ ສປປ.ເກົາຫຼີ Kim Jong Un  ຄາດວ່າຈະໄດ້ດຳເນີນຢູ່ອາຄານສັນຕິພາບໃນເຂດແດນຂອງ ສ.ເກົາຫຼີ, ໃນບ້ານຢຸດຮົບ Panmunjiom. ນີ້ແມ່ນການພົບປະຂັ້ນສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ນັບແຕ່ປີ 2007 ແຕ່ ນີ້ແມ່ນການພົບປະຄັ້ງທີ 03 ໃນປະຫວັດສາດແຫ່ງການພົວພັນລະຫວ່າງສອງຝ່າຍ ( ປີ 2000; 2007 ແລະ 2018). ທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ແຈ້ງລາຍການຂອງກອງປະຊຸມສຸດຍອດຄັ້ງນີ້ ລວມມີ ພິທີຕ້ອນຮັບ, ບັນດາການພົບປະເຈລະຈາ ແລະ ງານລ້ຽງຕອນຄໍ່າຢ່າງເປັນທາງການ ດ້ວຍການເຂົ້າຮ່ວມຂອງການນຳສອງທ່ານ.

        ຄວາມແຕກຕ່າງກັນແນວໃດເມື່ອທຽບກັບການພົບປະ 02 ຄັ້ງກ່ອນ?

        ກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທຳອິດ ໄດ້ດຳເນີນໃນປີ 2000 ຢູ່ພຽງຢາງ ລະຫວ່າງ ອະດີດການນຳ Kim Jong Il ແລະ ປະທານາທິບໍດີ ສ. ເກົາຫຼີ Kim Dae Jung. ໃນຂະນະນັ້ນ, ພື້ນຖານເສດຖະກິດຂອງ ສປປ.ເກົາຫຼີ ພວມຕົກເຂົ້າສູ່ສະພາບວິກິດການ ບັງຄັບໃຫ້ ທ່ານ Kim Jong Il ຕ້ອງຊອກຫາວິທີໄດ້ຮັບຄວາມຊ່ວຍເຫຼືອຈາກພາຍນອກ.  ສິ້ນສຸດການພົບປະ, ການນຳສອງທ່ານ ໄດ້ລົງນາມໃນຂໍ້ຕົກລົງຫຼຸດຜ່ອນຄວາມເຄັ່ງຕຶງ, ຊຸກຍູ້ຄວາມມານະພະຍາຍາມທ້ອນໂຮມແຫຼມເກົາຫຼີເປັນເອກະພາບຄືນໃໝ່, ພົ້ນເດັ່ນທີ່ສຸດແມ່ນການສ້າງຕັ້ງເຂດທ່ອງທ່ຽວ ກິມເກືອງ (ພູເພັດ) ແລະ ເຂດອຸດສາຫະກຳລວມ Kaesong.

        ເຖິງຢ່າງໃດກໍຕາມ, ບາງເຫດການເກີດຂຶ້ນພາຍຫຼັງການພົບປະນັ້ນ ໄດ້ເຮັດໃຫ້ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຕົກເຂົ້າສູ່ສະພາບເກີດຄວາມສົງໄສ, ແລະ ຈົນເຖິງເວລາ 7 ປີຕໍ່ມາ, ກອງປະຊຸມສຸດຍອດຄັ້ງທີ 02 ຈິ່ງໄດ້ຈັດຕັ້ງຂຶ້ນ ລະຫວ່າງ ທ່ານປະທານາທິບໍດີ ສ.ເກົາຫຼີ Roh Moh Huyn ແລະ ອະດີດການນຳ Kim    Jong Il. ກອງປະຊຸມໄດ້ພາໄປໃຫ້ການຕົກລົງຮ່ວມມືພ້ອມກັນພັດທະນາເຂດອຸດສາຫະກຳ Kaesong. ສປປ.ເກົາຫຼີ ແລະ ສ.ເກົາຫຼີກໍໄດ້ຮຽກຮ້ອງໃຫ້ມີຂໍ້ຕົກລົງສັນຕິພາບແບບຖາວອນໃນແຫຼມເກົາຫຼີ, ຮຽກຮ້ອງການເຈລະຈາສາກົນກ່ຽວກັບສັນຍາປ່ຽນແທນໃຫ້ຂໍ້ຕົກລົງຢຸດຮົບ ເພື່ອຢຸດຕິສົງຄາມ ເກົາຫຼີ 1950 – 1953. ສອງຝ່າຍເຫັນດີເປັນເອກະສັນວ່າ ຈະສ້າງຕັ້ງເຂດຫາປາລວມຢູ່ເຂດທະເລທີ່ຂັດແຍ້ງກັນຢູ່ທາງພາກຕາເວັນຕົກ, ພ້ອມທັງຈັດຕັ້ງກອງປະຊຸມສຸດຍອດເປັນປະຈຳ.

ຄ້າຍຄືກັນກັບການພົບປະສອງຄັ້ງກ່ອນນີ້, ສະພາວະດຳເນີນການພົບປະຂັ້ນສຸດຍອດຄັ້ງທີ 3 ນັ້ນແມ່ນ ເສດຖະກິດ ສປປ ເກົາຫລີ ຕົກເຂົ້າສູ່ຄວາມຫຍຸ້ງຍາກ ຍ້ອນບັນດາຄຳສັ່ງລົງໂທດ. ເຖິງຢ່າງໃດກໍຕາມ, ຈຸດທີ່ແຕກຕ່າງຈະແຈ້ງທີ່ສຸດ ນັ້ນແມ່ນ ອາເມລິກາ ແລະ ສເກົາຫລີ ພວມມີການສົມທົບກັນຢ່າງແຫນ້ນແຟ້ນຫລາຍກວ່າໃຫ້ແກ່ເຫດການດຳເນີນໃນວັນທີ 27 ເມສາ. ເຊີອູນ ສວມບົດບາດເປັນກາງລະຫວ່າງ ວໍຊິງຕັນ ແລະ ພຽງຢາງ ໃນຂະນະທີ່ ນັບທັງວໍຊີງຕັນ ແລະ ພຽງຢາງ ລ້ວນແຕ່ມີບັນດາກຳລັງຫນູນຢ່າງແຮງເພື່ອເຈລະຈານຳກັນ. ທີ່ການພົບປະໃນວັນທີ 27 ເມສາ, ສເກົາຫລີ ແລະ ສປປ ເກົາຫລີ ຈະປຶກສາຫາລື 3 ເນື້ອໃນຕົ້ນຕໍ ລວມມີ: ບັນຫາປອດນິວເຄຼຍ, ສ້າງພື້ນຖານສັນຕິພາບຄືນໃຫມ່ຢູ່ແຫລມເກົາຫລີ ແລະ ປັບປຸງການພົວພັນລະຫວ່າງ ສເກົາຫລີ ແລະ ສປປ ເກົາຫລີ.

        ຄວາມລະແວງສົງໃສ ແລະ ຄວາມປາດຖະຫນາ

ໃນສະພາບການຄືແນວນັ້ນ ຄາດຄະເນວ່າ ເມື່ອສິ້ນສຸດກອງປະຊຸມ, ສອງຝ່າຍອາດຈະອອກຖະແຫລງການຢ່າງເປັນທາງການ ຢຸດຕິບັນດາການກະທຳເປັນປໍລະປັກເພື່ອປ່ຽນແທນໃຫ້ສັນຍາຢຸດຮົບເມື່ອປີ 1953, ແຕ່ບໍ່ແນ່ວ່າ ການນຳສອງທ່ານຈະລົງເລິກບັນຫາລະອຽດເຊັ່ນ: ຂອບເວລາ ແລະ ລະດັບປອດນິວເຄຼຍ ຫລື ຕົວເລກຊັດເຈນຂອງເລື່ອງຫລຸດຜ່ອນອາວຸດທຳມະດາ ຊື່ງສອງຝ່າຍພວມຜັນຂະຫຍາຍເລັ່ງໃສ່ກັນ. ແທນທີ່ນັ້ນ ສອງຝ່າຍອາດຈະກຳນົດບັນດາເປົ້າໝາຍພື້ນຖານຄືນໃຫມ່ຂອງບັນດາການເຈລະຈາໃນອະນາຄົດຄື: ປອດນິວເຄຼຍ, ສັນຕິພາບ, ບັນຫາບັນດາມະນຸດສະທຳ ແລະ ການປັບປຸງການພົວພັນສອງຝ່າຍ.

        ເຖິງຢ່າງໃດກໍຕາມ ຍັງມີຄວາມລະແວງສົງໃສຫລາຍຢ່າງຕໍ່ໝາກຜົນການພົບປະສອງຝ່າຍລະຫວ່າງ ທ່ານ Moon Jae in  ແລະ ທ່ານ Kim Jong un ເມື່ອເຈດຈຳນົງຂອງພຽງຢາງ ພາຍຫລັງຫັນທິດກະທຳແບບບັງເອີນ ແລະ ໃຫ້ຄຳໝັ້ນສັນຍາວ່າຈະປອດນິວເຄຼຍຂອງປະເທດນີ້ ຍັງບໍ່ທັນຈະແຈ້ງເທື່ອ ພ້ອມກັນນັ້ນແມ່ນບັນດາຮົ້ວກີດຂວາງດ້ານພູມສາດການເມືອງ ອາດຈະກະທົບເຖິງວິວັດການເຈລະຈາ. ພຽງຢາງ ໄດ້ເປັນເຈົ້າການຍົກອອກບາງຄຳໝັ້ນສັນຍາກ່ອນການພົບປະ ແລະ ນຳໃຊ້ຍຸດໂທບາຍຄ້າຍຄືກັນໃນບັນດາການເຈລະຈາກ່ອນນັ້ນ.

        ນອກນັ້ນ “ແຜນການ” ປອດນິວເຄຼຍຂອງ ສປປ ເກົາຫລີ ອາດຈະມີຄວາມໝາຍຄ້າຍຄືກັນກັບບັນດາຄວາມຮຽກຮ້ອງທີ່ບໍ່ອາດຮັບຮູ້ໄດ້ສຳລັບ ວໍຊິງຕັນ. ວໍຊິງຕັນ ຍາມໃດກໍ່ຄັດຄ້ານເລື່ອງປອດນິວເຄຼຍເທື່ອລະກ້າວ ເພາະຖືວ່າ: ນີ້ແມ່ນຍຸດໂທບາຍຂອງສປປ ເກົາຫລີ ເພື່ອຕັດແຍກບັນຫາ ແລະ ຍົກອອກບັນດາຄວາມຮຽກຮ້ອງຕ້ອງການໃຫມ່ໃຫ້ການປອດນິວເຄຼຍເທື່ອລະກ້າວ. ແທນໃຫ້ນັ້ນ ອາເມລິກາ ຢາກໃຫ້ ສປປ ເກົາຫລີ ຍົກເລີກລາຍການນິວເຄຼຍ ກ່ອນທີ່ມອບໃຫ້ພຽງຢາງບໍ່ວ່າການປະນິປະນອມໃດ.

        ພາຍຫລັງກອງປະຊຸມສຸດຍອດລະຫວ່າງ ສເກົາຫລີ ແລະ ສປປ ເກົາ
ຫຼີ, ການພົວພັນລະຫວ່າງສອງຝ່າຍ ໄດ້ຮັບການປັບປຸງສ່ວນຫນຶ່ງ ແຕ່ຖືກລົບລ້າງຍ້ອນບັນດາຄວາມເຄັ່ງຕຶງຕໍ່ໄປ. ຫຼັງຈາກນັ້ນ 11 ປີ, ສັນຍານສັນຕິພາບໃຫມ່ໄດ້ຕ່າວຄືນມາ ແລະ ການພົບປະຂັ້ນສຸດຍອດໃນວັນທີ 27 ເມສາ ແມ່ນຈຸດຕັດສິນຊີ້ຂາດສຳຄັນທີ່ສຸດ. ຫວັງວ່າ ສເກົາຫລີ ແລະ ສປປ ເກົາຫລີ ຈະຍາດແຍ່ງກາລະໂອກາດນີ້ ເພື່ອຄວບຄຸມສະພາບການຂາດສະຖຽນລະພາບຢູ່ແຫລມເກົາຫລີ, ຫລຸດຜ່ອນຄວາມສ່ຽງເກີດສົງຄາມບໍ່ພຽງແຕ່ຢູ່ແຫລມເກົາຫລີ ເທົ່ານັ້ນ ຫາກນັບທັງຢູ່ພາກພື້ນອີກດ້ວຍ.  

ຕອບກັບ

ຂ່າວ/ບົດ​ອື່ນ