(vovworld) - ຕອນເຊົ້າວັນທີ 28/9, ຄະນະຊີ້ນຳເຂດທາງທິດຕາເວັນຕົກສ່ຽງເໜືອ ແລະ ກະຊວງຕຳຫຼວດສົມທົບກັນຈັດຕັ້ງກອງປະຊຸມກ່ຽວກັບວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອ ແລະ ເຂດອ້ອມຂ້າງ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງບັນດາກຳລົງປະຕິບັດໜ້າທີ່ຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອ ແລະ ເຂດອ້ອມຂ້າງ. ທ່ານຮອງນາຍົກລັດຖະມົນຕີຖືວ່າ ເພື່ອບັນລຸໄດ້ຜົນງານດັ່ງກ່າວ ແມ່ນມີການສະໜັບສະໜູນ, ການປະກອບສ່ວນທີ່ໃຫຍ່ຫຼວງຂອງປະຊົາຊົນບັນດາເຜົ່າເຂດທາງທິດຕາເວັນຕົກສຽງເໜືອ. ສັງເກດບັນດາຄວາມຫຍຸ້ງຍາກໃນໄລຍະຈະມາເຖິງ, ບັນດາກຳລັງທີ່ເປັນປໍລະປັກ ແລະ ພວກປະຕິການສືບຕໍ່ເພີ່ນການເຄື່ອນໄຫວຕ້ານພັກ, ລັດ ດ້ວຍກົນອຸບາຍເລ່ຫຼ່ຽມຕ່າງໆເຊິ່ງຈຸດສຸມແມ່ນບັນດາແຂວງເຂດທາງທິດຕາເວັນຕົກສ່ຽງເໜືອ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາກຳລັງທີ່ກ່ຽວຂ້ອງ ກຳແໜ້ນສະພາບການ, ເດັດດ່ຽວບໍ່ປະໃຫ້ສັດຕູສວຍໃຊ້ສາສະໜາ, ຊົນເຜົ່າເພື່ອຕ້ານທຳລາຍ, ບໍ່ປະໃຫ້ເກີດບ່ອນທີ່ສັບສົນດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ໃນເຂດ… ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຮຽກຮ້ອງໃຫ້ບັນດາກະຊວງ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ບັນດາແຂວງເຂດທາງທິດຕາເວັນຕົກສ່ຽງເໜືອ ແລະ ເຂດອ້ອມຂ້າງເພີ່ມທະວີການຊີ້ນຳ, ນຳພາຂອງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ໃນວຽກງານຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ; ຜັນຂະຫຍາຍການປະຕິບັດການຊີ້ນຳຂອງກົມການເມືອງຢ່າງເຂັ້ມງວດ ເພື່ອແນໃສ່ຍູ້ແຮງການພັດທະນາເສດຖະກິດສັງຄົມ ແລະ ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ ຮອດປີ 2020.