ກຽມພ້ອມຈັດຕັ້ງລາຍການ “ຄວາມຮັກທີ່ລົ້ນເຫຼືອ”
(VOVWORLD) -ຕອນຄໍ່າວັນທີ 21 ສິງຫາ, ວິທະຍຸກະຈາຍສຽງຫວຽດນາມ ຈະສົມທົບກັບ ຄະນະກໍາມະການປະຊາຊົນແຂວງ ເງະອານ ຈັດຕັ້ງລາຍການສະແດງສິລະປະພິເສດ ດ້ວຍຫົວຂໍ້ວ່າ “ຄວາມຮັກທີ່ລົ້ນເຫຼືອ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ (1969 – 2019).
ລາຍການ “ຄວາມຮັກທີ່ລົ້ນເຫຼືອ” |
ລາຍການດັ່່ງກ່າວ ຈະຖ່າຍທອດສົດຢູ່ 3 ແຫ່ງຄື: ຮ່າໂຮ້ຍ, ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ກິມລຽນ -ນາມດ່ານ, ທ່າກໍ່າປັ່ນ ຍ່າຣົ່່ງ ນະຄອນໂຮ່ຈີມິນ.
ລາຍການ“ຄວາມຮັກທີ່ລົ້ນເຫຼືອ” ແມ່ນລາຍການວິຈານດ້ານການເມືອງ - ສິລະປະ ອັນໄດ້ຊ່ວຍຜູ້ຊົມຫວນຄືນໄລຍະທາງແຫ່ງການເຄື່ອນໄຫວອັນສໍາຄັນຂອງປະທານໂຮ່ຈີມິນ, ບັນດາຄວາມຕັກເຕືອນ, ບອກສອນ ຂອງປະທານໂຮ່ຈີມິນ ກັບປະຊາຊົນໃນເມື່ອກ່ອນ, ໃນວັນນີ້ ແລະ ໃນອະນາຄົດ. ພາກສ່ວນສິລະປະແມ່ນການສະແດງ ບັນດາບົດເພງ, ລະຄອນທີ່ເຮັດໃຫ້ຜູ້ຊົມມີຄວາມສະເທືອນໃຈ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນເຖ໊ກີ໋ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ:
“ຄໍາພິໄນກໍາຂອງປະທານໂຮ່ຈີມິນ ແມ່ນນໍ້າໃຈຂອງເພິ່ນ ທີ່ມີຕໍ່ປະເທດຊາດ, ຕໍ່ຄົນລຸ້ນກ່ອນ ແລະ ປັດຈຸບັນ. ໃນນັ້ນແມ່ນເຂັ້ມຂຸ້ນໄປດ້ວຍອາລົມຈິດ, ວັດທະນະທຳຂອງເພິ່ນ, ຄໍາຕັກເຕືອນ, ສັ່ງສອນຂອງເພິ່ນ ທີ່ມີຕໍ່ຄົນລຸ້ນຫຼັງ. ດ້ວຍຈິດໃຈຂອງຜູ້ເຮັດວຽກງານການຂ່າວ ຢູ່ວິທະຍຸກະຈາຍສຽງຫວຽດນາມ, ພວກຂ້າພະເຈົ້າ ຈະພະຍາຍາມຈັດຕັ້ງການຖ່າຍທອດສົດລາຍການດັ່ງກ່າວຜ່ານທາງໂທລະພາບ ແລະ ວິທະຍຸໃຫ້ເປັນຢ່າງດີ. ສໍາລັບເນື້ອໃນ ແລະ ແນວຄວາມຄິດຂອງລາຍການດັ່ງກ່າວ ແມ່ນພວກຂ້າພະເຈົ້າຍັງຄົງອີງໃສ່ຄໍາພິໄນກໍາ ແລະ ແນວຄິດຂອງປະທານໂຮ່ຈີມິນ”.
ລາຍການດັ່່ງກ່າວຈະໄດ້ຖ່າຍທອດສົດທາງວິທະຍຸ, ໂທລະພາບໃນຊ່ອງຕ່າງໆຄື: VOV1, VOV3, VTC3, VOVTV- ຫວຽດນາມ Journey .... ຂອງວິທະຍຸກະຈາຍສຽງຫວຽດນາມ, ສະຖານີໂທລະພາບນະຄອນໂຮ່ຈີມິນ ແລະ ສະຖານີວິທະຍຸ -ໂທລະພາບແຂວງ ເງະອານ.