ກຽມພ້ອມເພື່ອຜົນສຳເລັດຂອງກອງປະຊຸມຊາວຫວຽດນາມອາໄສຢູ່ຕ່າງປະເທດປີ2016

ກຽມພ້ອມເພື່ອຜົນສຳເລັດຂອງກອງປະຊຸມຊາວຫວຽດນາມອາໄສຢູ່ຕ່າງປະເທດປີ2016 - ảnh 1
 ບັນ​ດານັກ​ທຸ​ລະ​ກິດ ຊື່ງ​ແມ່ນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ​ຕ່າງ​ປະ​ເທດ
ພາບ​ປະ​ກອບ:baodiendan

(vovworld)- ​ ກອງ​ປະ​ຊຸມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ​ປີ 2016 ດ້ວຍ​ຫົວ​ຂໍ້​ວ່າ: “ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່​ສ້າງ​ນະ​ຄອນ​ໂຮ່​ຈິ​ມີນ ພັດ​ທະ​ນາ​ຢ່າງວ່ອງ​ໄວ, ໝັ້ນ​ຄົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ” ດ​ຳ​ເນີນ​ໄປ​ແຕ່​ວັນ​ທີ 11-14/11/2016 ຢູ່ ນະ​ຄອນ ໂຮ່​ຈິ​ມີນ. ທຸກວຽກ​ງານ​ກະ​ກຽມ​ໄດ້​ສຳ​ເລັດ​ໂດຍ​ພື້ນ​ຖານ​ແລ້ວ. ກອງ​ປະ​ຊຸມ​ຄັ້ງ​ນີ້ ຈະ​ເຕົ້າ​ໂຮມ​ຜູ້​ແທນກວ່າ 500 ຄົນ ຊື່ງ​ແມ່ນ​ຜູ້​ຊ່ຽວ​ຊານ, ນັກ​ຮຽນ​ຮູ້, ນັກ​ທຸ​ລະ​ກິດ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ 36 ປະ​ເທດ ແລະ ເຂດ​ແຄ້ວນ​ເຂົ້າ​ຮ່ວມ. ທ່ານ ເຈີນ​ຮ່​ວາ​ເຟືອງ, ຮອງ​ຫົວ​ຫນ້າ​ປະ​ຈຳ ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ກ​່ຽວ​ກັບຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃຫ້​ຮູ້​ວ່າ:

        “ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ກ​່ຽວ​ກັບຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ  ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນ ໄດ້​ສົ​ມ​ທົບ​ກັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ ເພື່ອ​ເຮັດ​ແນວ​ໃດ​ບັນ​ລຸ​ປະ​ສິດ​ທິ​ຜົນ. ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ອາດ​ຈະ​ປະ​ກອບ​ຄຳ​ເຫັນ​ເພື່ອ​ສ້າງ​ສາ ແລະ ພັດ​ທະ​ນາ​ນະ​ຄອນ ໂຮ່​ຈິ​ມີນ ແບບ​ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ເປັນ​ນະ​ຄອນ​ນຳ​ຫນ້າ​ທົ່ວ​ປະ​ເທດ”


ຕອບກັບ

ຂ່າວ/ບົດ​ອື່ນ