ກຽມພ້ອມໃຫ້ວັນບຸນປື້ມຫວຽດນາມຄັ້ງທີ3
(ພາບປະກອບ)
(vovworld) - ວັນບຸນປື້ມ ຫວຽດນາມ (21/04) ຄັ້ງທີ 3 ຈະໄດ້ຮັບການຈັດຕັ້ງຢ່າງສົມກຽດ, ມີຄວາມໝາຍ, ລະດົມການເຂົ້າຮ່ວມຂອງປະຊາຄົມ, ການເຄື່ອນໄຫວດັ່ງກ່າວ ໂດຍຫະຊວງຖະແຫຼງຂ່າວ - ສື່ສານ ຈັດຕັ້ງ ເພື່ອແນໃສ່ເຊີດຊູຄຸນຄ່າຂອງປື້ມ. ຈຸດພົ້ນເດັ່ນຂອງວັນບຸນປື້ມ ຫວຽດນາມ ຄັ້ງທີ 3 ແມ່ນງານວາງສະແດງປື້ມ ຊົມເຊີຍວັນບຸນປື້ມ ຫວຽດນາມ ຈະດຳເນີນໃນລະຫວ່າງວັນທີ 20 – 24/04 ຢູ່ສວນສາທາລະນະເອກະພາບ, ຮ່າໂນ້ຍ. ເດື່ອນພິມຈຳໜ່າຍປື້ມ ແລະ ສັບປະດາພິມຈຳໜ່າຍປື້ມກໍ່ໄດ້ຈັດຕັ້ງໃນລະຫວ່າງວັນທີ 01/04 – 01/05 ເມື່ອຕອບສະໜອງວັນບຸນປື້ມ ຫວຽດນາມ.
ປີນີ້ມີການເຄື່ອນໄຫວຫລາຍຢ່າງ ເພື່ອຊົມເຊີຍວັນບຸນປື້ມ ຫວຽດນາມ. ເປີດສາກແມ່ນພິທີໄຂວັນບຸນປື້ມ ຫວຽດນາມ ດຳເນີນໃນວັນທີ 20/04 ຢູ່ສວນສາທາລະນະ ເອກະພາດ ຮ່າໂນ້ຍ. ນອກຈາກນັ້ນ, ທີ່ນີ້ກໍ່ດຳເນີນບັນດາການເຄື່ອນໄຫວຄື: ວາງສະແດງ, ແນະນຳປື້ມ, ພົບປະແລກປ່ຽນ, ໂອ້ລົມສົນທະນາກ່ຽວກັບປື້ມ ດ້ວຍການເຂົ້າຮ່ວມຂອງນັກຄົ້ນຄວ້າ, ນັກຄຸ້ມຄອງວັດທະນະທຳຫລາຍທ່ານ ແລະ ການແນະນຳປື້ມໃໝ່.