(vovworld) - ຕອນຄໍ່າວັນທີ 29/10, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ນິງບິ່ງ ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວຮ່າໂນ້ຍ ຈັດຕັ້ງກອງປະຊຸມສຳມະນາ “ 3 ປະເທດຈຸດນັດພົບໜຶ່ງດຽວ” ເພື່ອມຸ່ງໄປເຖິງປີທ່ອງທ່ຽວແຫ່ງຊາດທົງພຽງແມ່ນ້ຳແດງ 2013. ທີ່ກອງປະຊຸມສຳມະນາ, ມີບໍລິສັດທ່ອງທ່ຽວ 60 ແຫ່ງຂອງ 3 ປະເທດຫວຽດນາມ, ໄທ ແລະ ກຳປູເຈຍ ໄດ້ແລກປ່ຽນຂໍ້ມູນ, ວິທີການຈັດຕັ້ງ ລາຍການທ່ອງທ່ຽວ, ແບ່ງປັນບົດຮຽນພັດທະນາບັນດາຮູບແບບບໍລິການໃໝ່ເພື່ອດຶງດູດແຂກທ່ອງທ່ຽວ… ທ່ານນາງ Chhaysivlin, ຜູ້ອຳນວຍການບໍລິສັດທ່ອງທ່ຽວ CSL ກຳປູເຈຍ ໃຫ້ຮູ້ວ່າ ນີ້ແມ່ນລາຍການທີ່ມີຜົນປະໂຫຍດ, ສ້າງໂອກາດໃຫ້ຜູ້ເຮັດວຽກງານທ່ອງທ່ຽວໄດ້ພົບປະໂດຍກົງກັບບັນດາຄູ່ຮ່ວມມື ເພື່ອຊອກຫາກາລະໂອກາດລົງທຶນ, ຮ່ວມສຳພັນ ແລະ ພ້ອມກັນພັດທະນາ.