(ພາບປະກອບ)
(vovworld) - ວັນທີ 23/03 ທ່ານ Ismail Ould Cheikh Ahmed ທູດພິເສດສະຫະປະຊາຊາດກ່ຽວກັບບັນຫາ ເຢແມນ ໃຫ້ຮູ້ວ່າ: ຄຳສັ່ງຢຸດຍິງສະບັບໜຶ່ງຈະໄດ້ປະຕິບັດໃນທົ່ວປະເທດ ເຢຍແມນ ນັບແຕ່ວັນທີ 10/04 ຈະມາເຖິງ, ກ່ອນທີ່ຮອບເຈລະຈາສັນຕິພາບຄັ້ງໃໝ່ເປັນເວລາໜຶ່ງອາທິດ ອາດຈະດຳເນີນໄປ ເພື່ອແນໃສ່ຊຸກຍູ້ບັນດາມາດຕະການແກ້ໄຂດ້ານການເມືອງໃຫ້ວິວິດການຢູ່ປະເທດຕາເວັນອອກກາງນີ້. ທ່ານ Ahmed ກໍ່ຢືນຢັນວ່າ: ບັນດາຝ່າຍທີ່ເປັນປໍລະປັກກັນຢູ່ ເຢແມນ ໄດ້ເຫັນດີເປັນເອກະພາບປະຕິບັດຂໍ້ຕົກລົງຢຸດບັນດາການເຄື່ອນໄຫວທີ່ເປັນປໍລະປັກກັນໃນທົ່ວປະເທດນີ້ ເລີ່ມຕົ້ນແຕ່ 0 ໂມງວັນທີ 10/04. ຖະແຫຼງການດັ່ງກ່າວຂອງເຈົ້າໜ້າທີ່ສະຫະປະຊາຊາດ ໄດ້ພາໃຫ້ເກີດຄວາມປາດຖະໜາກ່ຽວກັບບາດກ້າວບຸກທະລຸທີ່ອາດຈະບັນລຸໄດ້ ແນໃສ່ຢຸດຕິການປະທະກັນ ທີ່ພວມທຳລາຍປະເທດ ເຢແມນ.