(ພາບປະກອບ: AFP/TTXVN)
(vovworld) - ຢ່າງໜ້ອຍສຸດກໍ່ມີ 15 ຄົນເສຍຊີວິດ ແລະ ຫຼາຍຄົນໄດ້ຮັບບາດເຈັບໃນການປະທະກັນຢູ່ Taez ທາງພາກໃຕ້ ອີເອແມນ, ວັນທີ 15/5, ໂດຍບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງມະນຸດສະທຳທີ່ແກ່ຍາວເປັນເວລາ 5 ວັນ, ເຊິ່ງເລີ່ມແຕ່ວັນທີ 12/5. 11 ມືປືນຂອງພວກກະບົດ Houthi ໄດ້ເຂົ້າຮ່ວມການປະທະກັນນີ້. ສ່ວນຢູ່ນະຄອນທ່າທາງພາກໃຕ້ ອາແດນ, ບັນດາມືປື Houthi ກໍ່ມີການປະທະກັນດ້ວຍປືນ ແລະ ປືນໃຫຍ່ປະເພດໜັກກັບກຳລັງຈົ່ງຮັກພັກດີກັບປະທານາທິບໍດີ Hadi.