ຂໍ້ຕົກລົງຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ກູບາ
ພາບປະກອບ
(vovworld) - ຕອນບ່າຍວັນທີ 8/4, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະຖາບັນກູບາມິດຕະພາບກັບປະຊາຊາດ ໄດ້ລົງນາມໃນ ຂໍ້ຕົກລົງຮ່ວມມືມິດຕະພາບລະຫວ່າງສອງອົງການ. ຕາມນັ້ນແລ້ວ, ຈະສຸມໃສ່ບັນດາເນື້ອໃນຄື: ສະໜັບສະໜູນປະຊາຊົນກູບາໃນການຕໍ່ສູ້ຕ້ານນະໂຍບາຍປິດລ້ອມຂວຳ້ບາດຂອງອາເມລິກາ, ສະເຫຼີມສະຫຼອງບັນດາວັນບຸນຂອງຊາດ ແລະ ວັນບຸນອື່ນໆຂອງສອງຊາດ, ເອົາໃຈໃສ່ເຖິງພະນັກງານ, ນັກສຶກສາ ແລະ ອະດີດນັກສຶກສາທີ່ເຄີຍປະຕິບັດງານ, ຮຳ່ຮຽນຢູ່ສອງປະເທດ, ແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວ… ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ ຫວູຊວນຮົ່ງ, ປະທານ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ເນັ້ນໜັກວ່າ: ເອກະສານນີ້ສະແດງໃຫ້ເຫັນຄວາມຕັດສິນໃຈສືບຕໍ່ປັບປຸງ ແລະ ເພີ່ມທະວີສາຍພົວພັນແບບພິເສດທີ່ເຄີຍມີມາລະຫວ່າງສອງປະເທດຫວຽດນາມ - ກູບາ, ກໍ່ຄືສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ຄວາມສາມັກຄີສະໜິດຕິດພັນລະຫວ່າງສອງປະເທດ.