ການເຊັນສັນຍາລະຫວ່າງ 2 ຝ່າຍ
|
(vovworld) – ຕອນເຊົ້າວັນທີ 7/9, ຢູ່ນະຄອນ ໂຮ່ຈີມິນ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຝຣັ່ງ ປະຈຳ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສວິສາຫະກິດ ຝຣັ່ງ - ຫວຽດນາມ. ເວທີປາໄສເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ 2 ປະເທດໄດ້ພົບປະ, ແລກປ່ຽນກ່ຽວກັບບັນດາບັນຫາສະຖານະການກ່ຽວຂ້ອງເຖິງຕະຫຼາດ ຫວຽດນາມ, ພິເສດໃນຂົງເຂດຜະລິດຕະພັນກະເສດ, ສະບຽງອາຫານ ແລະ ສາທາລະນະສຸກ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທ່ງຟອງ ໃຫ້ຮູ້ວ່າ: ການພົວພັນ 2 ຝ່າຍ ລະຫວ່າງ ຫວຽດນາມ - ຝຣັ່ງ ໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ ແລະ ເລື່ອງປະທານາທິບໍດີ ຝຣັ່ງ Francois Hollande ພວມຢ້ຽມຢາມ ຫວຽດນາມ ແມ່ນພະຍານຫຼັກຖານສະແດງໃຫ້ເຫັນສິ່ງດັ່ງກ່າວ. ທ່ານ ຫງວຽນແທ່ງຟອງ ໃຫ້ຄຳໝັ້ນສັນຍາວ່າອຳນາດການປົກຄອງນະຄອນຍາມໃດກໍ່ຮ່ວມເດີນທາງພ້ອມກັບບັນດານັກລົງທຶນ, ຖືຜົນສຳເລັດຂອງບັນດານັກລົງທຶນຕ່າງປະເທດແມ່ນຜົນສຳເລັດຂອງຕົນ:
“ນະຄອນໄດ້ຕີລາຄາສູງເລື່ອງຈັດຕັ້ງເວທີປາໄສວິສາຫະກິດຂຶ້ນໃນມື້ນີ້ ແລະ ຖືນີ້ແມ່ນກາລະໂອກາດເພື່ອໃຫ້ 2 ຝ່າຍຊອກຮູ້ຄວາມຕ້ອງການ, ຊອກຮູ້ກ່ຽວກັບບັນດາບັນຫາທີ່ຄວນເອົາໃຈໃສ່. ຈາກນັ້ນ, ສ້າງແຜນການຮ່ວມມືໃນໄລຍະຈະມາເຖິງ. ດ້ວຍຄວາມຂະຫຍັນຂັນເຄື່ອນທີ່ມີຢູ່ແລ້ວ ແລະ ການຮ່ວມມືທີ່ຈິງໃຈ ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາວິສາຫະກິດນະຄອນເປັນຄູ່ຮ່ວມມືສຳຄັນຂອງເພື່ອນມິດວິສາຫະກິດ ຝຣັ່ງ”
ຕອນບ່າຍວັນດຽວກັນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ດິງລາທັງ ພ້ອມກັບບັນດາການນຳນະຄອນໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ສ.ຝຣັ່ງ Francois Hollande, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ. ທ່ານ ດິງລາທັງ ປາດຖະໜາຢາກໃຫ້ ຝຣັ່ງ ສືບຕໍ່ຮັກສາແຫຼ່ງອຸປະຖຳ ODA. ສຳລັບຂົງເຂດການຮ່ວມມືດ້ານການສຶກສາບຳລຸງສ້າງ - ວັດທະນະທຳ, ທ່ານ ດິງລາທັງ ປາດຖະໜາວ່າ ຝຣັ່ງ ຈະສືບຕໍ່ສະຫງວນຄວາມເອົາໃຈໃສ່ເຖິງໂຄງການວິສາວະກອນທີ່ປີຊາສາມາດ ແລະ ປະລິຍາຕີທີ່ມີຄຸນນະພາບສູງຢູ່ບັນດາມະຫາວິທະຍາໄລໃນບໍລິເວນນະຄອນ ໂຮ່ຈີມິນ, ເພີ່ມທະວີການຊ່ວຍເຫຼືອ ຫວຽດນາມ ບຳລຸງສ້າງຖັນແຖວພະນັກງານທຸກຂັ້ນ.
ທ່ານປະທານາທິບໍດີ Francois Hollande ເນັ້ນໜັກວ່າໃນວິວັດທະນາການພັດທະນາຂອງ ຫວຽດນາມ, ຝຣັ່ງ ພ້ອມແລ້ວທີ່ຈະໜູນຊ່ວຍ, ແນະນຳໃຫ້ ຫວຽດນາມ ບັນດາຂະແໜງເຕັກໂນໂລຢີດີທີ່ສຸດຂອງ ຝຣັ່ງ. ພ້ອມທັງ, ປາດຖະໜາຢາກນຳພາສາ ຝຣັ່ງ ມາສິດສອນໃນບັນດາໂຮງຮຽນຢູ່ນະຄອນໂຮ່ຈີມິນ ແລະ ການຮ່ວມມືບຳລຸງສ້າງ ພາສາຈະແມ່ນຂົວຕໍ່ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ, ເປີດກາລະໂອກາດພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ.