(vovworld) - ແຜນການເຄື່ອນໄຫວໄລຍະທີ 4 ຂອງ ຂໍ້ລິເລີມລວມຫວຽດນາມ - ຍີ່ປຸ່ນ ໄດ້ແກ້ໄຂເປັນຢ່າງດີ ແລະ ຖືກຕາມລະດັບ 58/70 ກິດຈະກຳຍ່ອຍ ແມ່ນບັນດາສິ່ງຄ້າງຄາເກີດຂຶ້ນໃໝ່ໃນວິວັດແຫ່ງການລົງທຶນ ເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການລົງທຶນແລະ ດຳເນີນທຸລະກິດທີ່ສະດວກສະບາຍ, ກະຈ່າງແຈ້ງ ຢູ່ຫວຽດນາມ. ນີ້ແມ່ນໝາກຜົນຂອງການຕີລາຄາເຊິ່ງໄດ້ຮັບການປະກາດຢູ່ທີ່ກອງປະຊຸມຂັ້ນສູງຄະນະກຳມະການຕີລາຄາ ແລະ ສົ່ງເສີມຂໍ້ລິເລີມລວມຫວຽດນາມ - ຍີ່ປຸ່ນ ໂດຍກະຊວງແຜນການ ແລະ ການລົງທຶນ, ສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ ແລະ ຄະນະກຳມະການເສດຖະກິດຫວຽດນາມ - ຍີ່ປຸ່ນ ພ້ອມກັນຈັດຕັ້ງໃນຕອນເຊົ້າວັນທີ 23/11, ຢູ່ທີ່ຮ່າໂນ້ຍ. ຕາມທ່ານ Tanizaki Yasuaki, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມແລ້ວ, ເພື່ອສືບຕໍ່ຮັກສາ ແລະ ດຶງດູດທຶນ FDI ເຂົ້າຫວຽດນາມ, ສອງຝ່າຍໄດ້ເປັນເອກະສັນນຳກັນສືບຕໍ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງກ່ຽວກັບລະບຽບການລົງທຶນ, ສະພາບແວດລ້ອມການລົງທຶນ. ສ່ວນທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ບຸຍກວາງວິງ (Bùi Quang Vinh) ຢືນຢັນວ່າ: ຂໍ້ລິເລີມຫວຽດນາມ - ຍີ່ປຸ່ນ ໄດ້ຜ່ານໄລຍະ 10 ປີແຫ່ງການປະຕິບັດ ( 4 ໄລຍະ ) ໄດ້ຊ່ວຍໃຫ້ຫວຽດນາມ ປົວແປງນະໂຍບາຍພັດທະນາເສດຖະກິດ, ໂດຍສະເພາະແມ່ນສະພາບແວດລ້ອມແຫ່ງການລົງທຶນ, ປະກອບສ່ວນເພີ່ມທະວີການດຶງດູດການລົງທຶນ ແລະ ພັດທະນາເສດຖະກິດຢູ່ຫວຽດນາມ. ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຂອງຝ່າຍຍີ່ປຸ່ນ ໃນການຜັນຂະຫຍາຍແຜນການເຄື່ອນໄຫວ ໄລຍະທີ 5 ຢ່າງແຮງ ເຊິ່ງໄດ້ຮັບການປະຕິບັດແຕ່ປີ 2013 ທີ່ຈະມາເຖິງ.