(ພາບປະກອບຈາກ Dương Ngọc/TTXVN)
(vovworld) - ຕອນບ່າຍວັນທີ 27/7, ທີ່ກອງປະຊຸມສະຫລຸບຂະບວນການແດງປີ 2014, ຄະນະຈັດຕັ້ງປະກາດໄດ້ຮັບເລືອດບໍລິຈາກ 48.000 ຖົງ. ສາດສະດາຈານ, ດຣ ຫງວຽນແອງຈີ໋, ຫົວໜ້າສະຖາບັນໂລຫິດສາດ - ສົ່ງເລືອດສູນກາງ ເນັ້ນໜັກວ່າ: ໂດຍໄດ້ຮັບຜົນສຳເລັດຂອງປີທຳອິດ, ຂະບວນການແດງປີ 2014 ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆທີ່ອຸດົມສົມບູນ, ຢ່າງຕໍ່ເນື່ອງໃນ 25 ແຂວງ, ນະຄອນເພື່ອປະຕິບັດພາລະກິດ “ເຊື່ອມຕໍ່ສາຍເລືອດ ຫວຽດນາມ” ເຊິ່ງລວມມີ: ຈັດຕັ້ງບັນດາວັນບຸນບໍລິຈາກເລືອດ, ໂຄສະນາເຜີຍແຜ່, ເດີນຂະບວນ, ປຸກລະດົມກ່ຽວກັບການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ຈັດຕັ້ງງານລາຕີສະແດງສິລະປະ... ຈຸດພົ້ນເດັ່ນຂອງຂະບວນການແດງ 2014 ແມ່ນມີການເຂົ້າຮ່ວມຂອງຜູ້ອາສາສະໝັກ 120 ຄົນຈາກ 2 ຄະນະຂອງຂະບວນການແຕ່ແຂວງ ກຽນຢາງ ຜ່ານ 16 ແຂວງ, ນະຄອນມາ ຮ່າໂນ້ຍ ແລະ ຈາກແຂວງ ຮ່ວາບີ່ງ ຜ່ານ 8 ແຂວງ, ນະຄອນເຕົ້າໂຮມຢູ່ຮ່າໂນ້ຍ, ພ້ອມກັບການເຂົ້າຮ່ວມຂອງບັນດາອົງການ, ຄະນະ, ຂະແໜງການ ແລະ ຜູ້ອາສາສະໝັກເກືອບ 15.000 ຄົນຢູ່ 25 ແຂວງ, ນະຄອນໃນທົ່ວປະເທດ.