ຂະບວນການ Hamas ຮຽກຮ້ອງໃຫ້ປະຊາຊົນ ປາແລັດສະຕິນ ມີຄວາມສາມັກຄີກັນຕ້ານແຜນການຂອງອິດສະລາແອັນໂຮມຝັ່ງ ຕາເວັນຕົກ
(VOVWORLD) - ວັນທີ 15 ມິຖຸນາ, ທ່ານ Salah al – Bardawil, ສະມາຊິກຂັ້ນສູງຂອງຂະບວນການອິດສະລາມ Hamas ຄຸ້ມຄອງເຂດ Gaza, ໄດ້ຂຶ້ນສຽງຮຽກຮ້ອງຄວາມສາມັກຄີກັນຂອງປະຊາຊົນປາແລັດສະຕິນໃນການຄັດຄ້ານແຜນການຂອງອິດສະລາແອັນໂຮມເຂດຝັ່ງຕາເວັນຕົກຢ່າງເດັດດ່ຽວ.
ເຂດຕັ້ງຖີ່ນຖານຄົງທີ່ ຂອງອິດສະລາແອັນ ຢູ່ຝັ່ງຕາເວັນຕົກ ໃນວັນທີ 10 ມິຖຸນາ 2020
(ພາບ: AFP/TTXVN)
|
ທ່ານ Salah al – Bardawil ໄດ້ເນັ້ນໜັກວ່າ ຕ້ອງສະແດງການຄັດຄ້ານແຜນການໂຮມຝັ່ງຕາເວັນຕົກໃນທຸກໆຮູບແບບ, ແລະ ຫັນສິ່ງທ້າທາຍດັ່ງກ່າວກາຍເປັນກາລະໂອກາດເພື່ອນຳແຜນການສ້າງປະເທດເອກະລາດຂອງປາແລັດສະຕິນ ໄດ້ຮັບການປະຕິບັດຢ່າງຖືກທິດຄືນໃໝ່. ທ່ານ Bardawil ກໍ່ຮຽກຮ້ອງໃຫ້ດຳເນີນກອງປະຊຸມລະຫວ່າງ Hamas ແລະ ອົງການປົດປ່ອຍ ປາແລັດສະຕິນ (PLO).