(vovworld) - ວັນທີ 3/3, ຢູ່ນະຄອນ ໂຮ່ຈີມິນ, ກະຊວງສາທາລະນະສຸກໄດ້ຈັດຕັ້ງກອງປະຊຸມສະຫລຸບແຜນຮ່າງ “ຂະຫຍາຍວຽກງານສາທາລະນະສຸກເຂດທະເລ,ໝູ່ເກາະຫວຽດນາມຮອດປີ 2020”, ເພື່ອສືບຕໍ່ຜັນຂະຫຍາຍປະຕິບັດແຜນຮ່າງໃນປີ 2014. ແຜນຮ່າງດັ່ງກ່າວໄດ້ຮັບການອະນຸມັດຜ່ານຈາກນາຍົກລັດຖະມົນຕີໃນວັນທີ 7/2/2013 (ເຊິ່ງເອີ້ນຫຍໍ້ວ່າ ແຜນຮ່າງ 317). ເພື່ອສືບຕໍ່ຜັນຂະຫຍາຍປະສິດທິຜົນແຜນຮ່າງ 317, ໃນປີ 2014, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຢູ່ແຄມທະເລ ຈະສຸມໃສ່ຈັດຕັ້ງ, ສ້າງບັນດາໂຄງການຍ່ອຍ. ກະຊວງສາທາລະນະສຸກ ໄດ້ຊີ້ນຳມະຫາວິທະຍາໄລການຢາ ເຫ້ວ, ມະຫາວິທະຍາໄລການຢາ ນະຄອນ ໂຮ່ຈີມິນ ສ້າງແຜນຮ່າງສ້າງຕັ້ງວິຊາການແພດທະເລ. ຄຽງຄ້າງນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຄວນ ເປັນເອກະພາບກັນສ້າງຕັ້ງໂຮງໝໍແພດປະສົມ 78 ຈາກກອງແພດໝໍ 78 (ສັງກັດກອງບັນຊາການທະຫານເຮືອເຂດ 5), ສ້າງແຜນຮ່າງສ້າງຕັ້ງສູນຝຶກອົບຮົມການກູ້ຊີບບົນທະເລ.