ທ່ານນາງ ຮອງປະທານປະເທດຫງວຽນທິຢວານ
photo:baodautu.vn
|
(vovworld)- ຕອນເຊົ້າວັນທີ 9/12 ຢູ່ ຮ່າໂນ້ຍ, ກ່າວຄຳເຫັນ ທີ່ພິທີສະເຫລີມສະຫລອງ 70 ປີແຫ່ງວັນສ້າງຕັ້ງຂະແຫນງແຜນການ ແລະ ການລົງທຶນ (30/12/1945-30/12/2015), ທ່ານນາງ ຮອງປະທານປະເທດຫງວຽນທິຢວານ ໄດ້ເນັ້ນຫນັກວ່າ: ຂະແຫນງແຜນການ ແລະ ການລົງທຶນ ມີບົດບາດສຳຄັນເຂົ້າໃນການພັດທະນາ ແລະ ກ້າວຂຶ້ນຂອງປະເທດຊາດ. ຜ່ານໄລຍະປະຫວັດສາດແຫ່ງການພັດທະນາຂອງປະເທດຊາດ, ຂະແຫນງແຜນການ ແລະ ການລົງທຶນ ໄດ້ມີການປະກອບສ່ວນເໝາະສົມເຂົ້າໃນການປະຕິບັດບັນດາຫນ້າທີ່ຍຸດທະສາດ ຊື່ງພັກ ແລະ ລັດວາງອອກ, ປະກອບສ່ວນສຳຄັນໃນການຕໍ່ສູ້ຍາດເອກະລາດ, ໂຮມປະເທດຊາດເປັນເອກະພາບ, ຈາກປະເທດມີລາຍຮັບຕ່ຳກາຍເປັນປະເທດພວມພັດທະນາ ມີລະດັບລາຍຮັບປານກາງຄືປະຈຸບັນ. ທ່ານນາງ ຮອງປະທານປະເທດຫງວຽນທິຢວານ ກ່າວວ່າ:
“ກະຊວງແຜນການ ແລະ ການລົງທຶນ ຄວນຍົກສູງຄຸນນະພາບເປັນເສນາທິການສັງລວມເພື່ອຮັບໃຊ້ການນຳ, ການຊີ້ນຳກ່ຽວກັບແຜນການ ແລະ ການລົງທຶນ ເພື່ອຊຸກຍູ້ພາລະກິດພັດທະນາເສດຖະກິດສັງຄົມຂອງແຕ່ລະຫົວຫນ່ວຍ, ທ້ອງຖິ່ນ ແລະ ຂອງທົ່ວປະເທດ. ເພີ່ມທະວີການຄຸ້ມຄອງນຳໃຊ້ແຫລ່ງທຶນ ຕາມທິດປະຢັດ, ຕ້ານການຮົ່ວໄຫລ, ການຟຸມເຟືອຍ, ມີຄວາມໂປ່ງໃສ, ບັນລຸປະສິດທິຜົນສູງ.ສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງທຸກເງື່ອນໄຂ, ສົ່ງເສີມປະຊາຊົນ ແລະ ວິສາຫະກິດປະຕິບັດການຜະລິດດຳເນີນທຸລະກິດຕາມການກຳນົດຂອງກົດໝາຍ.”
ເນື່ອງໃນໂອກາດນີ້, ທ່ານນາງ ຮອງປະທານປະເທດຫງວຽນທິຢວານ ໄດ້ມອບຫລຽນໄຊໂຮ່ຈິມີນ ຄັ້ງທີ 2 ໃຫ້ກະຊວງແຜນການ ແລະ ການລົງທຶນ.