ຂະແໜງກະສິກຳເພີ່ມທະວີຄວາມສາມາດຮັບມືຕໍ່ການປ່ຽນແປງຂອງດິນຟ້າອາກາດ
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນຫຼຸດຜ່ອນໄພທຳມະຊາດ, ວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ພ້ອມກັບທະນາຄານໂລກຈັດຕັ້ງກອງປະຊຸມກ່ຽວກັບການຄວບຄຸມຄວາມສ່ຽງໄພທຳມະຊາດສັງລວມ ແລະ ເພີ່ມທະວີຄວາມສາມາດຮັບມືໃນຂະແໜງກະສິກຳກັບການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ.
ຂະແໜງກະສິກຳເພີ່ມທະວີຄວາມສາມາດຮັບມືຕໍ່ການປ່ຽນແປງຂອງດິນຟ້າອາກາດ
(ພາບ: VGP)
|
ກ່າວຄຳເຫັນໄຂກອງປະຊຸມ ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຊີ້ແຈ້ງວ່າ ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຮັບມືຕໍ່ບັນດາຜົນກະທົບຈາກໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນເທື່ອລະກ້າວ ຜ່ານການຍົກສູງກຳລັງຄວາມສາມາດໃນການຄາດຄະເນ ແລະ ແຈ້ງເຕືອນໄພທຳມະຊາດ, ເພີ່ມທະວີການລົງທຶນໃຫ້ບັນດາກິດຈະກຳຮັບໃຊ້ໃຫ້ແກ່ການຜະລິດ, ດຳເນີນຊີວິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກໍ່ໄດ້ຊີ້ແຈ້ງບັນດາໜ້າທີ່ຈຸດສຸມ, ຍາວນານ ເຊິ່ງ ຫວຽດນາມ ໃຫ້ບຸລິມະສິດຜັນຂະຫຍາຍການປະຕິບັດບົນພື້ນຖານການແບ່ງປັນ ແລະ ໝູນໃຊ້ບັນດາບົດຮຽນຂອງສາກົນ, ພິເສດແມ່ນປະເທດທີ່ມີຈຸດພິເສດຄ້າຍຄືກັນ.
ຫວຽດນາມ ກໍ່ຈະບຸລິມະສິດແຫຼ່ງກຳລັງເພື່ອລົງທຶນ, ຍົກສູງການໝູນໃຊ້ວິທະຍາສາດເຕັກໂນໂລຊີເພື່ອຍົກສູງປະສິດທິຜົນໃນການຕິດຕາມກວດກາ, ຕີລາຄາ, ຄາດຄະເນ, ເຕືອນໄພທຳມະຊາດ; ຍົກສູງຜົນສັກສິດ, ປະສິດທິຜົນວຽກງານຊີ້ນຳ, ບໍລິຫານຂອງອົງການຄຸ້ມຄອງຂັ້ນຕ່າງໆ ແລະ ຄວາມເປັນເຈົ້າການຮັບມືຂອງປະຊາຊົນ.