ຂະແໜງການທູດມີໜ້າທີ່ກຳນົດທີ່ຕັ້ງຫວຽດນາມໃນທົ່ວພາກພື້ນແລະສາກົນໃຫ້ມີຜົນປະໂຫຍດທີ່ສຸດ
(ທ່ານປະທານປະເທດ ເຈືອງເຕີນຊາງ ້ພົບປະກັບຄະນະຜູ້ແທນ
ບັນດາພະນັກງານຂະແໜງການທູດຫວຽດນາມຜ່ານໄລຍະຕ່າງໆ)
(vovworld) – ຕອນບ່າຍວັນທີ 20/08, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ພົບປະກັບຄະນະຜູ້ແທນບັນດາພະນັກງານຂະແໜງການທູດຫວຽດນາມ ຜ່ານໄລຍະຕ່າງໆ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຂະແໜງການທູດຫວຽດນາມ. ທີ່ການພົບປະ, ບັນດາຜູ້ແທນໄດ້ເນັ້ນໜັກວ່າ, 70 ປີຜ່ານມາ, ຍາມໃດຂະແໜງການທູດກໍແມ່ນຂະແໜງນຳໜ້າ, ມີບາດກ້າວບຸກທະລຸໃນການເສີມຂະຫຍາຍກຳລັງແຮງຂອງຊາດ ພ້ອມກັບກຳລັງແຮງຂອງຍຸກສະໄໝ, ສ້າງບັນດາບາດລ້ຽວທີ່ໃຫຍ່ຫຼວງໃນປະຫວັດສາດຫວຽດນາມ ໃນສະໄໝປະທານໂຮ່ຈິມິນ ນຳຫວຽດນາມ ຍາດໄດ້ບັນດາຜົນງານຢ່າງໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ເພື່ອຍາດເອົາເອກະລາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ມາຮອດປະຈຸບັນ, ຫວຽດນາມ ມີການພົວພັນທາງການທູດກັບ 185 ປະເທດໃນໂລກ. ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນພັດທະນາຢ່າງບໍ່ຢຸດຢັ້ງ ກັບກວ່າ 220 ປະເທດ ແລະ ເຂດແຄ້ວນ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ກ່ຽວກັບການຕ່າງປະເທດ, ການທູດຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງ, ປະກອບສ່ວນຢ່າງເໝາະສົມເຂົ້າໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດໃນປະຈຸບັນ.
“ໃນໄລຍະປະເທດຫວຽດນາມ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຖືກປິດລ້ອມ, ຂວ້ຳບາດ, ຂະແໜງການທູດແມ່ນກຳລັງນຳໜ້າໃນການຂົນຂວາຍເພື່ອນມິດສາກົນໃນໂລກເຂົ້າໃຈຄວາມເປັນທຳຂອງປະເທດເຮົາ, ຕ້ານທຳລາຍການປິດລ້ອມ, ຂວ້ຳບາດ, ຕົກຢູ່ໂດດດຽວ, ນຳຫວຽດນາມ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນຢ່າງເລິກເຊິ່ງ, ກວ້າງຂວາງ.”
ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ສະພາບການໃນໂລກ ແລະ ພາກພື້ນ ພວມມີການຜັນແປຢ່າງວ່ອງໄວ ແລະ ສັບສົນ, ທ່ານປະທານປະເທດ ໄດ້ຊີ້ນຳໃຫ້ຂະແໜງການທູດ ມີໜ້າທີ່ກຳນົດທີ່ຕັ້ງໃຫ້ຫວຽດນາມ ຄືແນວໃດໃຫ້ມີຜົນປະໂຫຍດທີ່ສຸດໃນທົ່ວພາກພື້ນ ແລະ ສາກົນ, ປົກປັກຮັກສາບັນດາຜົນປະໂຫຍດເພື່ອຄວາມປອດໄພແຫ່ງຊາດ, ພາລະກິດສ້າງສາ ແລະ ທີ່ຕັ້ງຂອງປະເທດຊາດຢ່າງໝັ້ນຄົງ.