ຂະແໜງຕຳແຜ່ນຕັດຍິບ ແກ້ໄຂສະພາບດ້ານວັດຖຸດິບ, ສະມັດຕະພາບເພື່ອ ເພີ່ມມູນຄ່າເພີ່ມ

ຂະແໜງຕຳແຜ່ນຕັດຍິບ ແກ້ໄຂສະພາບດ້ານວັດຖຸດິບ, ສະມັດຕະພາບເພື່ອ ເພີ່ມມູນຄ່າເພີ່ມ - ảnh 1
(ພາບປະກອບ)

(vovworld) - ປີ 2014, ກຸ່ມ​ບໍລິສັດຕຳ​ແຜ່ນ​ຕັດ​ຍິບຫວຽດນາມ (Vinatex) ໄດ້​ວາງ​ຄາດໝາຍ​ສົ່ງ​ອອກ​ເພີ່​ມຂຶ້ນ 12% ​ເມື່ອ​ທຽບ​ໃສ່​ປີ 2013. ປີ 2013 ວົງ​ເງິນ​ສົ່ງ​ອອກ​ຂອງ​ກຸ່ມ​ບໍລິສັດ​ບັນລຸ 2,9 ຕື້ USD, ​​​ແຕ່ນຳ​ເຂົ້າວັດຖຸ​ດິບ​ຮັບ​ໃຊ້​ການ​ຜະລິດພຽງ 1,2 ຕື້ USD ​ເທົ່າ​ນັ້ນ. ສະ​ນັ້ນ, ມີຈຳນວນ​ເງິນ 1,8 ຕື້ USD ​ແມ່ນ​ຂອງ Vinatex. ທ່ານ​ເລ​ຕ໋ຽນ​ເຈື່ອງ, ຮອງ​ຜູ້ອຳ​ນ່ວຍການ​ໃຫຍ່ Vinatex ​ໃຫ້​ຮູ້​ວ່າ ອັດຕາ​ນຳ​ໃຊ້​ອັດ​ຖຸດິບພາຍ​ໃນ​ປະ​ເທດ​ນັບ​ມື້​ນັບ​ສູງ, ສະ​ນັ້ນ​ມີ​ວິ​ສາ​ຫະກິດຫຼາຍ​ແຫ່ງ​ໄດ້​ມີ​​ກຳ​ໄລ​ຢ່າງ​ແທດ​ຈິງ. ບໍ່​ພຽງ​ແຕ່​ຕອບ​ສະໜອງ​ແຫຼ່ງວັດຖຸ​ດິບ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ກຸ່ມ​ບໍ​ລິ​ສັດ​ເປັນ​ສ່ວນ​ຫຼາຍ​ເທົ່າ​ນັ້ນ, ຫາກ​ຍັງ​ສະໜອງ​ວັດ​ຖຸດິບ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ນອກ​ກຸ່ມ​ບໍລິສັດ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ