ການເຊັນຂໍ້ຕົກລົງຮ່ວມມືລະຫວ່າງ 2 ຝ່າຍ
(ພາບ: Mỹ Phương/Vietnam+) |
(vovworld) – ທີ່ພິທີເປີດສະຫຼອງສູນໜູນຊ່ວຍ FTA ສ. ເກົາຫຼີ - ຫວຽດນາມ ປະຈຳ ຫວຽດນາມ ແລະ ກອງປະຊຸມສຳມະນາ FTA ສ. ເກົາຫຼີ - ຫວຽດນາມ (KVFTA), ເຊິ່ງຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 4/3, ທ່ານ Roh Inho, ຮອງປະທານຫ້ອງການການຄ້າ ຫົວໜ້າສະຖານກົງສູນ ສ. ເກົາຫຼີ (KOTRA), ຮັບຜິດຊອບກຸ່ມ ອາຊຽນ ແລະ ທະວີບມະຫາສະໝຸດ, ໃຫ້ຮູ້ວ່າ: ບັນດາສັນຍາການຄ້າເສລີພວມມີຜົນສະທ້ອນອັນໃຫຍ່ຫຼວງ, ຊຸກຍູ້ການລົງທຶນຂອງວິສາຫະກິດ ສ. ເກົາຫຼີ ຫຼາຍແຫ່ງເຂົ້າໃນຂະແໜງຕຳ່ແຜ່ນຕັດຫຍິບ. ຕາມທ່ານ Roh Inho ແລ້ວ, ດ້ວຍ FTA ສ. ເກົາຫຼີ - ຫວຽດນາມ ແລະ ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ສ. ເກົາຫຼີ ໃຫ້ຄຳໝັ້ນສັນຍາເປີດປະຕູຕະຫຼາດໃຫ້ແກ່ໝາກໄມ້ເຂດຮ້ອນຂອງ ຫວຽດນາມ, ຍົກເວັ້ນພາສີສຳລັບຜະລິດຕະພັນຕຳ່ແຜ່ນຕັດຫຍິບ… ດັ່ງນັ້ນ, ບັນດາໝວດສິນຄ້າສົ່ງອອກຕົ້ນຕໍຂອງ ຫວຽດນາມ ທີ່ມີແງ່ຫວັງສົ່ງອອກເຂົ້າ ສ. ເກົາຫຼີ ດ້ວຍລະດັບເຕີບໂຕສູງນັ້ນມີຜະລິດຕະພັນກະເສດ, ສິນໃນນຳ້ ແລະ ເຄື່ອງຕຳ່ແຜ່ນຕັດຫຍິບ. ດ້ວຍການປະຕິບັດ FTA, ບັນດາວິສາຫະກິດສົ່ງອອກພາຍໃນປະເທດຂອງ ຫວຽດນາມ ຈະມີໂອກາດພັດທະນາດ້ານຂອບຂະໜາດການຄ້າ, ພ້ອມກັນນັ້ນການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ສ. ເກົາຫຼີ ຈະນັບມື້ນັບໄດ້ຮັບການເປີດກ້ວາງ.