ຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ວາງຄາດໝາຍສົ່ງອອກແຕ່ 38-39 ຕື້ USD ໃນປີ 2021

(VOVWORLD) - ຕາມການຄາດຄະເນຂອງໂລກ ຮອດໄຕມາດ 2 ປີ 2020 ແລະ ຊ້າທີ່ສຸດແມ່ນຮອດໄຕມາດ 4 ປີ 2023, ຕະຫລາດເຄື່ອງຕ່ຳແຜ່ນຕັດຫຍິບຈຶ່ງສາມາດຟື້ນຟູແຫຼ່ງຕ້ອງການຄືປີ 2019 ໄດ້.
ຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ວາງຄາດໝາຍສົ່ງອອກແຕ່ 38-39 ຕື້ USD ໃນປີ 2021 - ảnh 1(ພາບປະກອບ/TTXVN)

  ທີ່ກອງປະຊຸມອອນລາຍລະຫວ່າງລັດຖະບານກັບບັນດາທ້ອງຖິ່ນດຳເນີນໃນຕອນເຊົ້າວັນທີ 29 ທັນວາ, ທ່ານ ເລຕ໊ຽນເຈື່ອງ ປະທານສະພາບໍລິຫານກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຫວຽດນາມ ຢືນຢັນວ່າ: ປີ 2021, ທາງຂະແໜງວາງຄາດໝາຍການສົ່ງອອກບັນລຸແຕ່ 38 – 39 ຕື້ USD. ທ່ານ ເລຕ໊ຽນເຈື່ອງ ໃຫ້ຮູ້ວ່າ: ຕາມການຄາດຄະເນຂອງໂລກ ຮອດໄຕມາດ 2 ປີ 2020 ແລະ ຊ້າທີ່ສຸດແມ່ນຮອດໄຕມາດ 4 ປີ 2023, ຕະຫລາດເຄື່ອງຕ່ຳແຜ່ນຕັດຫຍິບຈຶ່ງສາມາດຟື້ນຟູແຫຼ່ງຕ້ອງການຄືປີ 2019 ໄດ້.

        ສະນັ້ນ, ປີ 2021 ຍັງແມ່ນປີທີ່ຕະຫລາດດັ່ງກ່າວສືບຕໍ່ປະສົບກັບຄວາມຫຍຸ້ງຍາກ, ບໍ່ຄົງທີ່, ອີງໃສ່ສະພາບໂລກລະບາດໃນໂລກ. ເມື່ອກຳນົດຢ່າງຈະແຈ້ງຕໍ່ບັນດາສິ່ງທ້າທາຍຂອງປີ 2021, ຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ແລະ ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບໄດ້ວາງແຜນການບັນລຸວົງເງິນການຄ້າສົ່ງອອກເທົ່າກັບປີ 2019; ໄວກ່ວາຕະຫລາດລວມທົ່ວໂລກແຕ່ 9 ເດືອນຫາ 2 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ