ຂະແໜງພາສີຕ້ອງເປັນໜຶ່ງໃນບັນດາຂະແໜງນຳໜ້າທີ່ໝູນໃຊ້ວິທະຍາສາດເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ

(VOVWORLD) - ພາສີ ຫວຽດນາມ ສວມບົດບາດສຳຄັນໃນການໜູນຊ່ວຍພື້ນຖານເສດຖະກິດໃຫ້ພັດທະທະນາຢ່າງໂປ່ງໃສ
ຂະແໜງພາສີຕ້ອງເປັນໜຶ່ງໃນບັນດາຂະແໜງນຳໜ້າທີ່ໝູນໃຊ້ວິທະຍາສາດເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ກ່າວຄຳເຫັນທີ່ພິທີ)

          ກອງປະຊຸມ ແລະ ງານວາງສະແດງເຕັກໂນໂລຊີປີ 2023 ພວມຈັດຂຶ້ນຢູ່ຮ່າໂນ້ຍ (ແຕ່ວັນທີ 10 – 12 ຕຸລາ). ນີ້ແມ່ນກອງປະຊຸມສາກົນປະຈຳປີໃຫຍ່ທີ່ສຸດຂອງອົງການພາສີໂລກ (WCO), ໂດຍຂະແໜງພາສີ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນ. ກອງປະຊຸມແມ່ນໂອກາດເພື່ອໃຫ້ຂະແໜງພາສີ ຫວຽດນາມ ເພີ່ມທະວີການຮ່ວມມືກັບອົງການພາສີຂອງບັນດາປະເທດ, ອົງການຈັດຂັ້ງສາກົນ, ບັນດາວິສາຫະກິດເຕັກໂນໂລຢີແຖວໜ້າ, ຈາກນັ້ນ, ມີທິດທາງທີ່ເໝາະສົມໃນວິວັດການທັນຂະແໜງພາສີເປັນທັນສະໄໝ.

          ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂໃນຕອນເຊົ້າວັນທີ 10 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ເນັ້ນໜັກວ່າ, ພາສີ ຫວຽດນາມ ສວມບົດບາດສຳຄັນໃນການໜູນຊ່ວຍພື້ນຖານເສດຖະກິດໃຫ້ພັດທະທະນາຢ່າງໂປ່ງໃສ,ສ້າງຄວາມສະດວກໃນການດຶງດູດນັກລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ການພົວພັນແລກປ່ຽນປະຊາຊົນລະຫວ່າງບັນດາປະເທດ.

          ສ່ວນທ່ານຫົວໜ້າກົມໃຫຍ່ພາສີ ຫວຽດນາມ ຫງວຽນວັນເກິນ, ຢືນຢັນວ່າ:

          “ຂະແໜງພາສີ ຫວຽດນາມ ພວມດຳເນີນການຫັນເປັນດີຈີຕອນຕາມທິດສ້າງຂະແໜງພາສີເປັນກຳລັງຫຼວງ, ທັນສະໄໝ, ອັດສະລິຍະ, ກ່ອນປີ 2030 ຈະມີລະດັບທຽບເທົ່າກັບບັນດາປະເທດພັດທະນາໃນໂລກ. ປະຈຸບັນ, ຂະແໜງພາສີ ຫວຽດນາມ ພວມຜັນຂະຫຍາຍການເຊື່ອມຕໍ່ປະຕູດຽວແຫ່ງຊາດກັບບັນດາກະຊວງ, ຂະແໜງການ; ເຊື່ອມຕໍ່ກົນໄກປະຕູດຽວໃນ ອາຊຽນ ກັບບັນດາສະມາຊິກໃນພາກພື້ນ; ເຊື່ອມຕໍ່ບັນດາອົງການພາສີຂອງຫຼາຍປະເທດຕາມທິດພາສີດີຈີຕອນ, ພາສີອັດສະລິຍະ, ພາສີສີຂຽວ.”

ຕອບກັບ

ຂ່າວ/ບົດ​ອື່ນ