(ພາບປະກອບ)
(vovworld) – ປີ 2016 ແມ່ນປີສ້າງຂີດໝາຍຂອງຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ພິເສດ ແມ່ນບັນດາຜົນງານ, ສະຖິຕິມີຄວາມປະທັບໃຈໃນຂົງເຂດກິລາ, ທ່ອງທ່ຽວ. ເນື່ອງໃນໂອກາດບຸນເຕັດປີລະກາ, ທ່ານ ຫງວຽນງ້ອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຢືນຢັນວ່າ: ໃນປີ 2017, ຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວມານະພະຍາຍາມ, ມີຫົວຄິດປະດິດສ້າງກ່ວາອີກ ເພື່ອພິຊິດຍອດສູງໃໝ່, ສະຖິຕິໃໝ່.
ໂດຍລະອຽດ, ສຳລັບກິລາ ຫວຽດນາມ ຄາດໝາຍທີ່ວາງອອກແມ່ນ ມຸ່ງໄປເຖິງ SEA Games ເຊິ່ງຈະດຳເນີນຢູ່ ມາເລເຊຍ ໃນເດືອນ 8/2017. ທິນຊາດ ຫວຽດນາມ ຕ້ອງມານະພະຍາຍາມເພື່ອຍາດໄດ້ຜົນງານສູງສຸດ ແລະ ນອນໃນ Top ແຖວໜ້າບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ໃນຂົງເຂດການທ່ອງທ່ຽວ, ເລື່ອງຈັດຕັ້ງບັນດາງານບຸນ ຕ້ອງຮັບປະກັນຕິດພັນກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳ, ປູຊະນີຍະສະຖານ. ພ້ອມທັງ, ຈັດຕັ້ງງານບຸນກໍ່ຕ້ອງຕິດພັນກັບການພັດທະນາທ່ອງທ່ຽວ, ດຶງດູດແຂກທ່ອງທ່ຽວ, ເພີ່ມລາຍຮັບໃຫ້ທ້ອງຖິ່ນ, ປະເທດຊາດ. ຂະແໜງວັດທະນະທຳ, ກິລາ, ທ່ອງທ່ຽວສືບຕໍ່ປັບປຸງບັນດານະໂຍບາຍຊຸກຍູ້ການທ່ອງທ່ຽວຄື: ວີຊາ, ລະບຽບການ, ການບິນ ແລະ ອື່ນໆ. ທ່ານລັດຖະມົນຕີ ຫງວຽນງ້ອກທ້ຽນ ເຊື່ອໝັ້ນວ່າ: ດ້ວຍນ້ຳໃຈສາມັກຄີ, ປ່ຽນໃໝ່, ມີຫົວຄິດປະດິດສ້າງ, ຂະແໜງການທ່ອງທ່ຽວຈະຫັນປ່ຽນຢ່າງແທດຈິງ, ພັດທະນາຂຶ້ນສູ່ລູະດັບສູງໃໝ່, ມຸ່ງໄປເຖິງຈຸດໝາຍກາຍເປັນຂະແໜງເສດຖະກິດປາຍແຫຼມໃນປີ 2020, ປະກອບສ່ວນຢ່າງເໝາະສົມ ເຂົ້າການພັດທະນາະເສດຖະກິດ ສັງຄົມຂອງປະເທດຊາດ.