ຄົ້ນຄວ້າບັນດາມາດຕະການວິທະຍາສາດ-ເຕັກໂນໂລຢີເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໄດ້ຈັດກອງປະຊຸມຄັ້ງທີ 8 ຂຶ້ນໃນວັນທີ 18 ພຶດສະພາ ຢູ່ສຳນັກງານລັດຖະບານ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ຄົ້ນຄວ້າບັນດາມາດຕະການວິທະຍາສາດ-ເຕັກໂນໂລຢີເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1 ກອງປະຊຸມຄັ້ງທີ 8 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

ປະທານຄະນະກຳມະການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຫວຽດນາມ ແມ່ນປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ, ດັ່ງນັ້ນ ຖ້າຫາກບໍ່ມີມາດຕະການຮັບມື ອາດຈະຖືກປະເຊີນໜ້າກັບຄວາມເສຍຫາຍຢ່າງໃຫຍ່ຫລວງ. ປະຈຸບັນ ຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP) 21. ພັກ ແລະ ລັດມີເອກະສານ, ແຜນການຫລາຍຢ່າງເພື່ອຊີ້ນຳບັນຫານີ້, ໃນນັ້ນ ສ້າງການລົງທຶນ, ນະໂຍບາຍກົດໝາຍໃຫ້ຄົບຊຸດ, ເພື່ອຍົກສູງກຳລັງຄວາມສາມາດໃນເລື່ອງປ້ອງກັນຕ້ານການປ່ຽນແປງຂອງດິນຟ້າອາກາດ. ທີ່ກອງປະຊຸມຄັ້ງນີ້ ບັນດາສະມາຊິກຂອງຄະນະກຳມະການ ຄວນໄຈ້ແຍກບັນດາກໍລະນີຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງ ຫວຽດນາມ ໃນໄລຍະຈະມາເຖິງໃຫ້ຈະແຈ້ງ ແລະ ເລິກເຊິ່ງກ່ວາ; ເປັນເອກະພາບການກຳນົດທິດກ່ຽວກັບເນື້ອໃນ ແລະ ໜ້າທີ່ຕົ້ນຕໍຂອງຄະນະກຳມະການໃນປີ 2017 ແລະ ຈົນຮອດປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ